ພື້ນຖານເສດຖະກິດ ຫວຽດນາມ ເລີ່ມເພີ່ມຄວາມສາມາດປະດິດສ້າງມູນຄ່າ, ຊຸກຍູ້ການເຕີບໂຕ

Chia sẻ
(VOVWORLD) - ບັນດານັກຊ່ຽວຊານຫວັງວ່າ, ບ້ວງສິນເຊື່ອເຕີບໂຕຈະບັນລຸປະມານ 14 – 15% ໃນປີ 2024.
ພື້ນຖານເສດຖະກິດ ຫວຽດນາມ ເລີ່ມເພີ່ມຄວາມສາມາດປະດິດສ້າງມູນຄ່າ, ຊຸກຍູ້ການເຕີບໂຕ - ảnh 1ທ່ານຮອງຜູ້ວ່າການຜູ້ປະຈຳການທະຫານແຫ່ງລັດ ຫວຽດນາມ ດ່າວມິງຕູ
(ພາບ: ທະນາຄານແຫ່ງລັດ ຫວຽດນາມ)

        ທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 19 ເມສາ, ຢູ່ ຮ່າໂນ້ຍ, ທ່ານຮອງຜູ້ວ່າການຜູ້ປະຈຳການທະນານຄານແຫ່ງລັດ ຫວຽດນາມ ດ່າວມິງຕູ ໃຫ້ຮູ້ວ່າ, ໄລ່ຮອດວັນທີ 10 ເມສາ, ບ້ວງສິນເຊື່ອຂອງທົ່ວຂະແໜງເພີ່ມຂຶ້ນ 1,34% ເມື່ອທຽບໃສ່ທ້າຍປີ 2023, ໃນຂະນະທີ່ 2 ເດືອນຕົ້ນປີ 2024 ການເຕີບໂຕເປັນລົບ. ບ້ວງສິນເຊື່ອເຕີບໂຕຄືນໃໝ່ສະແດງໃຫ້ເຫັນວ່າ ພື້ນຖານເສດຖະກິດເລີ່ມເພີ່ມຄວາມສາມາດປະດິດສ້າງມູນຄ່າ, ຊຸກຍູ້ການເຕີບໂຕ. ບັນດານັກຊ່ຽວຊານຫວັງວ່າ, ບ້ວງສິນເຊື່ອເຕີບໂຕຈະບັນລຸປະມານ 14 – 15% ໃນປີ 2024. ເລື່ອງບ້ວງສິນເຊື່ອເຕີບໂຕຄືນໃໝ່ສະແດງໃຫ້ເຫັນຜົນກະທົບທີ່ຕັ້ງໜ້າໃນການບໍລິຫານນະໂຍບາຍເງິນຕາຂອງທະນາຄານແຫ່ງລັດ, ໃນນັ້ນມີນະໂຍບາຍດອກເບ້ຍຕ່ຳໄດ້ ແລະ ພວມກະຕຸກຊຸກຍູ້ການຜະລິດໃຫ້ພັດທະນາ, ກະຕຸກຊຸກຍູ້ວິສາຫະກິດ, ຄອບຄົວດຳເນີນທຸລະກິດເປີດກວ້າງ ແລະ ພັດທະນາການຜະລິດດຳເນີນທຸລະກິດ.

ຕອບກັບ