ພິ​ທີ​ໄຂ​ງານ​ບຸນ ດອກ​ຝາງ​ແດງ ແລະ ຮັບ​ໃບ​ຢັ້ງ​ຢືນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ ລະ​ຫວ່າງ​ແຂວງ - ນະ​ຄອນ ອ່າວ​ຮະ​ລອງ ກັບ ເກາະ ກາດ​ບາ

Chia sẻ
(VOVWORLD) - ຕອນຄ່ຳວັນທີ 11 ພຶດສະພາ, ຢູ່ນະຄອນ ທ່າກ່ຳປັ່ນ ຫາຍຟ່ອງ, ໄດ້ດຳເນີນຄ່ຳຄືນທີ່ມີຫົວຂໍ້ “ຫາຍຟ່ອງ - ປະກາຍແຈ້ງໃນດິນແດນແຫ່ງມໍລະດົກ” ແລະ ໄຂງານບຸນດອກຝາງແດງ - ຫາຍຟ່ອງ ປີ 2024 ແລະ ຮັບໃບຢັ້ງຢືນອ່າວຮະລອງ (ແຂວງກວາງນິງ) ກັບ ເກາະກາດບາ (ນະຄອນ ຫາຍຟ່ອງ) ແມ່ນມໍລະດົກທຳມະຊາດໂລກ ລະຫວ່າງແຂວງ - ນະຄອນທຳອິດຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມເຫດການດັ່ງກ່າວ.
ພິ​ທີ​ໄຂ​ງານ​ບຸນ ດອກ​ຝາງ​ແດງ ແລະ ຮັບ​ໃບ​ຢັ້ງ​ຢືນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ ລະ​ຫວ່າງ​ແຂວງ - ນະ​ຄອນ ອ່າວ​ຮະ​ລອງ ກັບ ເກາະ ກາດ​ບາ - ảnh 1ຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ ໄດ້ມອບໃບຢັ້ງຢືນ ອ່າວຮະລອງ (ແຂວງ ກວາງນິງ) - ເກາະກາດບາ (ນະຄອນ ຫາຍຟ່ອງ) ແມ່ນມໍລະດົກທໍາມະຊາດໂລກ ໃຫ້ແກ່ການນຳນະຄອນ ຫາຍຟ່ອງ ແລະ ກວາງນິງ (ພາບ: baohaiphong.vn)

ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນວັນຕຸ່ງ ປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ໄດ້ຢັ້ງຢືນວ່າ ຫາຍຟ່ອງ ແລະ ກວາງນິງ ຈະສ້າງໂຄງການດຳເນີນງານເພື່ອອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ ອ່າວຮະລອງ - ເກາະກາດບ່າ ຢ່າງສຸດຂີດ. ທ່ານ ຫງວຽນວັນຕຸ່ງ ກໍເນັ້ນໜັກວ່າ ໄປຄຽງຄູ່ກັບການພັດທະນາເສດຖະກິດ, ຫາຍຟ່ອງ ໄດ້ຖືຄຸນຄ່າວັດທະນະທຳ ແລະ ຊີວິດທາງດ້ານຈິດໃຈຂອງປະຊາຊົນເປັນສຳຄັນທີ່ສຸດ.

ໃນຂອບເຂດຂອງງານບຸນ, ຜູ້ຕາງໜ້າອົງການ UNESCO ປະຈຳ ຫວຽດນາມ ໄດ້ມອບໃບຢັ້ງຢືນ ອ່າວຮະລອງ (ແຂວງ ກວາງນິງ) - ເກາະກາດບາ (ນະຄອນ ຫາຍຟ່ອງ) ແມ່ນມໍລະດົກທໍາມະຊາດໂລກ ໃຫ້ແກ່ການນຳນະຄອນ ຫາຍຟ່ອງ ແລະ ກວາງນິງ.

ຕອບກັບ