ພິ​ທີ​ໄຂ​ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິ​ດ​ໂລກ (WEF) ປີ 2024

Chia sẻ
(VOVWORLD) - ກອງປະຊຸມເວທີປາໄສເສດຖະກິດໂລກ (WEF) ປີ 2024 ຢູ່ ນະຄອນ Davos ຂອງ ສະວິດ ໄດ້ດຳເນີນແຕ່ວັນທີ 15 – 19 ມັງກອນ ດ້ວຍຫົວຂໍ້ “ສ້າງຄວາມເຊື່ອໝັ້ນຄືນໃໝ່”. 
ພິ​ທີ​ໄຂ​ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິ​ດ​ໂລກ (WEF) ປີ 2024 - ảnh 1 ທ່ານ Klaus Schwab ເປັນປະທານກອງປະຊຸມປະຈຳປີຄັ້ງທີ 14 ຂອງເວທີປາໄສເສດຖະກິດໂລກTTXVN (ພາບປະກອບ: TTXVN) 

ຫົວຂໍ້ດັ່ງກ່າວໄດ້ສະແດງໃຫ້ເຫັນເປົ້າໝາຍຂອງ WEF ໃນປີນີ້ ໂດຍໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຟື້ນຟູຄວາມເຊື່ອໝັ້ນຕໍ່ສິ່ງທ້າທາຍຕ່າງໆໃນທົ່ວໂລກ, ລວມທັງການປະທະກັນດ້ານພູມີສາດການເມືອງ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຄວາມຄືບໜ້າໃນເຕັກໂນໂລຢີ ເປັນຕົ້ນແມ່ນປັນຍາປະດິດ (AI). ໄປຄຽງຄູ່ກັນນັ້ນ, ຈຸດສຸມຂອງການປຶກສາຫາລືຄັ້ງຕ່າງໆນັ້ນ ແມ່ນມຸ່ງໄປເຖິງການຊອກຫາມາດຕະການ, ສຸມໃສ່ລັກສະນະໂປ່ງໃສ, ສະເໝີຕົ້ນສະເໝີປາຍ ແລະ ຄວາມຮັບຜິດຊອບອະພິປາຍ.

        ຕາມຂໍ້ມູນຈາກ WEF ແລ້ວ, ຄາດວ່າ ມີຜູ້ຕາງໜ້າຂອງກວ່າ 100 ລັດຖະບານ, ບັນດາອົງການຈັດຕັ້ງສາກົນໃຫຍ່ ແລະ ບໍລິສັດຄູ່ຮ່ວມມື 1.000 ແຫ່ງ ໄດ້ເຂົ້າຮ່ວມ ພ້ອມກັບການນຳສັງຄົມ, ນັກຊ່ຽວຊານ, ຜູ້ເຄື່ອນໄຫວວຽກງານຊາວໜຸ່ມ, ນັກທຸລະກິດ ແລະ ວົງການສື່ມວນຊົນ. ດ້ວຍຄວາມປາດຖະໜາວ່າ ກອງປະຊຸມຈະແມ່ນເວທີປາໄສແບ່ງປັນທັດສະນະ ແລະ ບັນດາມາດຕະການ, WEF ຫວັງວ່າ ເຫດການນີ້ ຈະສ້າງຜົນກະທົບທີ່ເປັນຮູບປະທຳ, ຫັນແນວຄວາມຄິດໃຫ້ເປັນການກະທຳຕົວຈິງ ແລະ ປະຕິບັດມາດຕະການຕ່າງໆໃຫ້ປະກົດຜົນເປັນຈິງ.

ຕອບກັບ