ພິທີອາໄລຫາບັນດາ ນັກຮົບວິລະຊົນທີ່ເສຍ ສະຫຼະຊີວິດເພື່ອປົກ ປັກຮັກສາໝູ່ເກາະເຈື່ອງຊາ

Chia sẻ
ພິທີ​ອາ​ໄລ​ຫາ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ປົກ​ປັກ​ຮັກສາ​ໝູ່​ເກາະ​ເຈື່ອງ​ຊາ

ພິທີອາໄລຫາບັນດາ ນັກຮົບວິລະຊົນທີ່ເສຍ ສະຫຼະຊີວິດເພື່ອປົກ ປັກຮັກສາໝູ່ເກາະເຈື່ອງຊາ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 10/05, ຢູ່​ເຂດ ​ໂກ​ລິນ - ​ແລນ​ດາວ, ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ, ​ແຂວງ ​ແຂງ​ຮ່ວາ, ຄະນະ​ຜູ້​ແທນພະນັງານ​ບັນດາ​ອົງການສຳັກງານຂັ້ນ​ສູນ​ກາງ ​ແລະ ນະຄອນ​ໂຮ່ຈິ​ມິນ ​ໃນຂອບເຂດ​ການ​ໄປ​ປະຕິບັດ​ງານ​ພິ​ເສດ​ໂດ​ບທ່ານ ຫງວຽນ​ວັນ​​ດົວ, ຮອງ​ເລຂາ​ຜູ້​ປະຈຳການ​ຄະນະ​ພັກ​ ນະຄອນ​ໂຮ່ຈິ​ມິນ ​ນຳ​ໜ້າ ​ໄປ​ຢ້ຽມຢາມ​ໝູ່​ເກາະ​ເຈ​ື່ອງຊາ, ​ໄດ້​ຈັດ​ພິທີ​ອາ​ໄລ​ຫາບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​​ເມື່ອ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ໝູ່​ເກາະ​ເຈື່ອງ​ຊາ. ທີ່​ພິທີ, ​ທ່ານ ດິງຢາ​ເທີ​ດ ພົນ​ເຮືອ​ຕີ, ​ເລ​ຄາ​ຄະນະ​ພັກ, ຜູ້ຮັບຜິດຊອບວຽກງານການເມືອງ​ເຫຼ່ົາທັບ​ເຮືອປະຊາຊົນ​ຫວຽດນາມ ​ໄດ້​ທົບທວນ​ຄື​ນ​​ເຫດ​ການກ່ອນ​ນີ້ 25 ປີ, ວັນ​ທີ 14/03/1988, ພະນັກງານ, ​ເຫຼົ່າ​ທັບ​ເຮືອ​ປະຊາຊົນ​ຫວຽດນາມ ​ໄດ້ສູ້​ຮົບຢ່າງ​ກ້າ​ຫານ ​ແລະ ​ໄດ້​ເສຍສະຫຼະ​ຊີວິດ​ຢູ່ເຂດທະ​ເລ​ແຫ່ງ​ບ້ານ​ເກີດ​ເມືອງ​ນອນ. ທ່ານ ດິງຢາ​ເທີ​ດ ຢືນຢັນ​ວ່າ ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ລຳບາກ ກໍ​ຕາມ ​ແຕ່​ບັນດານັກຮົບ​ເຈື່ອງ​ຊາ ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກກະ​ລະບູ​ຊາ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ​ເພື່ອ​ໃຫ້​ເຈື່ອງ​ຊາ ນັບ​ມື້​ຮັບ​ເຂັ້ມ​ແຂງ ​ແລະ ຢືນ​​ຍົງ​ຄົງ​ຕົ​ວພ້ອມ​ກັບທັງປະ​ເທດ​ຊາດ.