ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງຫ້ອງວ່າການປະທານປະເທດຄືນໃໝ່

Chia sẻ
(VOVWORLD) - ຕອນເຊົ້າວັນທີ 25 ກັນຍາ, ທີ່ຮ່າໂນ້ຍ, ຫ້ອງວ່າການປະທານປະເທດ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງຫ້ອງວ່າການປະທານປະເທດ ຄືນໃໝ່ (25/09/1992 – 25/09/2017).
ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງຫ້ອງວ່າການປະທານປະເທດຄືນໃໝ່ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ 

ເຂົ້າຮ່ວມພິທີມີທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ພ້ອມກັບອະດີດປະທານປະເທດ ເລດຶກແອງ, ເຈີ່ນດຶກເລືອງ, ເຈື່ອງເຕີ໋ນຊາງ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີຫ້ອງວ່າການປະທານປະເທດສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນແຫ່ງການຄົ້ນຄວ້າ, ຕັ້ງໜ້າເປັນເສນາທິການໃຫ້ປະທານປະເທດ, ຮອງປະທານປະເທດ ໃນການເຂົ້າຮ່ວມວາງແຜນນະໂຍບາຍ, ນະໂຍບາຍ, ກົດໝາຍ ແລະ ບັນດາມາດຕະການກ່ຽວກັບການກໍ່ສ້າງ, ປ້ອງກັນ ແລະ ພັດທະນາປະເທດຊາດ ໃນສະພາວະຫັນເປັນໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ. ພ້ອມກັນນັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີຫ້ອງວ່າການປະທານປະເທດ ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນຕ່າງໆທີ່ກ່ຽວຂ້ອງ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ເປັນເອກະພາບກັນກ່ຽວກັບຂໍ້ສະເໜີສຳລັບບັນດາແຜນນະໂຍບາຍ, ນະໂຍບາຍ, ມາດຕະການໃນບັນດາຂົງເຂດ, ຮັບໃຊ້ການຊີ້ນຳນຳພາຂອງພັກ, ລັດ ຢ່າງມີປະສິດທິຜົນ.

ຕອບກັບ