ພິທີສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງລາຍການກະຈາຍສຽງ VOV ສັນຈອນ ຂອງ VOV

Chia sẻ
(VOVWORLD) -   ຕອນບ່າຍວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີີມສະຫຼອງ 10 ປີ ແຫ່ງວັນອອກອາກາດລາຍການກະຈາຍສຽງ VOV ຈະລາຈອນ. 

     ເຂົ້າຮ່ວມພິທີ ມີທ່ານ ເຈືອງຮວ່າບິ່ງ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ, ປະທານກໍາມະການຄວາມປອດໄພໃນການຈະລາຈອນແຫ່ງຊາດ ພ້ອມດ້ວຍການນໍາບັນດາກະຊວງ,ຄະນະ, ຂະແໜງການຂັ້ນສູນກາງ ແລະ ນະຄອນຮ່າໂນ້ຍ ເຂົ້າຮ່ວມ.

ພິທີສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງລາຍການກະຈາຍສຽງ VOV ສັນຈອນ ຂອງ VOV - ảnh 1 ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ 

        ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ຊີ້ແຈ້ງວ່າ ນັບແຕ່ເມື່ອສ້າງຕັ້ງກ່ອນນີ້ 10 ປີ, ລາຍການ VOV ສັນຈອນ ໄດ້ສະແດງໃຫ້ເຫັນບົດບາດ ແລະ ຜົນສະທ້ອນຂອງລາຍການສື່ມວນຊົນສະເພາະດ້ານອັນດັບໜຶ່ງກ່ຽວກັບການຈະລາຈອນ. ລາຍການດັ່ງກ່າວ ແມ່ນຂໍ້ລິເລີ່ມທີ່ເປັນປະໂຫຍດ, ແທດຈິງ ແລະ ປະກອບສ່ວນເຂົ້າໃນການຫຼຸດຜ່ອນສະພາບລົດຕິດແອອັດ, ຮັບໃຊ້ໃຫ້ແກ່ຜູ້ເຂົ້າຮ່ວມການສັນຈອນ ກໍຄືບັນດາອົງການຄຸ້ມຄອງ, ບໍລິຫານການຈະລາຈອນ. ພ້ອມກັນນັ້ນ, ລາຍການດັ່ງກ່າວກໍສະໜອງບັນດາຂໍ້ມູນອັບເດດສະພາບການເສດຖະກິດສັງຄົມຂອງທ່ານຜູ້ຟັງໃນທົ່ວປະເທດອີກດ້ວຍ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ສະເໜີວ່າ:

        “ຂ້າພະເຈົ້າຮຽກຮ້ອງວິທະຍຸກະຈາຍສຽງຫວຽດນາມ ຊີ້ນໍາ VOV ສັນຈອນ ສຸມໃສ່ປະຕິບັດພາລະກໍາທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ ແລະ ມີປະສິດທິຜົນ; ມານະພະຍາຍາມ, ມີຫົວຄິດປະດິດສ້າງ ແລະ ຫັນເປັນຫຼາຍຮູບຫຼາຍແບບ ເພື່ອສ້າງຄວາມດູດດື່ມ ແລະ ນໍາບັນດາເນື້ອໃນທີ່ມີຊີວິດຊີວາກວ່າມາສູ່ທ່ານຜູ້ຟັງ . ພ້ອມທັງເປີດກວ້າງຂອບເຂດການປົກຄຸມຂອງຄື້ນ, ເພີ່ມທະວີການສົມທົບກັບບັນດາອົງການທີ່ມີໜ້າທີ່ກ່ຽວຂ້ອງ, ອົງການສື່ມວນຊົນຕ່າງໆ ແລະ ຍູ້ແຮງການສື່ສານແລກປ່ຽນກັບທ່ານຜູ້ຟັງ ແລະ ປະຊາຊົນ; ສືບຕໍ່ສ້າງກົງຈັກການຈັດຕັ້ງ, ບໍາລຸງສ້າງຖັນແຖວນັກຊ່ຽວຊານ, ນັກບັນນາທິການ, ໂຄສົກທີ່ມີຄຸນນະພາບ ແລະ ເປັນມືອາຊີບ, ສູ້ຊົນກາຍເປັນເພື່ອນຮ່ວມເດີນທາງທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນປະໂຫຍດກັບຜູ້ເຂົ້າຮ່ວມການສັນຈອນ”.

ຕອບກັບ