ພິທີລະນຶກວັນສະຫະກອນອາຊີບຫາປາໂລກຄັ້ງທີ 2

Chia sẻ
ຕອນ​ບ່າ​ຍວັນ​ທີ 15/6 ຢູ່​ ນະຄອນ ດາ​ຫນັງ, ສະຫະພັນ​ສະຫະກອນ​ສາກົນ, ສະຫະພັນ​ສະຫະກອນ ຫວຽດນາມ ​ແລະ ອົງການ​ສະຫະກອນ​ອາຊີບ​ຫາ​ປາສາກົນ ​ໄດ້ຈັດ​ຕັ້ງ​ພິທີ​ລະນຶກ​ວັນ​ສະຫະກອນ​ອາຊີບ​ຫາ​ປາ​ຄັ້ງ​ທີ 2
ພິທີລະນຶກວັນສະຫະກອນອາຊີບຫາປາໂລກຄັ້ງທີ 2 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນ Nguyen Xuan Phuc  ມອບຫລຽນກາທີ່
ລະນຶກໃຫ້ແກ່ການນຳສະຫະກອນອາຊີບຫາປາໂລກ
ພາບ:vietnamplus.vn

 (vovworld) - ຕອນ​ບ່າ​ຍວັນ​ທີ 15/6 ຢູ່​ ນະຄອນ ດາ​ຫນັງ, ສະຫະພັນ​ສະຫະກອນ​ສາກົນ, ສະຫະພັນ​ສະຫະກອນ ຫວຽດນາມ ​ແລະ ອົງການ​ສະຫະກອນ​ອາຊີບ​ຫາ​ປາສາກົນ ​ໄດ້ຈັດ​ຕັ້ງ​ພິທີ​ລະນຶກ​ວັນ​ສະຫະກອນ​ອາຊີບ​ຫາ​ປາ​ຄັ້ງ​ທີ 2. ກ່າວ​ຄ​ຳ​ເຫັນ​​ໄຂພິທີ​ລະນຶກ,​ ທ່ານ Lee Jong Koo ປະທານ​ສະຫະກອນ​ອາຊີ​ບຫາ​ປາ​ສາກົນ​ຊີ້​ແຈງ​ວ່າ: ປະຈຸ​ບັນ ຂະ​ແຫນງ​ສິນ​ໃນ​ນ້ຳ​ພວມ​ຖືກ​ປະ​ເຊີ​ນຫນ້າ​ກັບ​ສະພາບ​ມົນ​ລະ​ພິດ​​ແຫ​ລ່ງນ້ຳ, ລາຄາ​ນ້ຳມັນ​ເພີ່ມ​ຂຶ້ນ​ສູງ, ​ແຫ​ລ່ງຊັບພະຍາກອນ​ທຳ​ມະ​ຊາດ​ຫລຸດ​ລົງ​ຢ່າງ​ວ່ອງ​ໄວ. ສະ​ນັ້ນ ບັນດາ​ສະຫະກອນ​ຄວນ​ຮ່ວມ​ມື​ນຳ​ກັນ​ກວ່າ​ອີກ ດ້ວຍ​ການ​ແບ່ງປັນ​ບົດຮຽນ, ຄວາມ​ຮູ້​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ. ທີ່​ພິທີ ທ່ານ​ຮອງ​ນາຍົກລັດຖະມົນ Nguyen Xuan Phuc ​ໄດ້​ຢືນຢັນ​ວ່າ:​ ການ​ຂຸດ​ຄົ້ນ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ໄດ້​ຖືກ​ກຳນົດ​ວ່າ ​ແມ່ນ​ຂະ​ແຫນງ​ເສດຖະກິດ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ປ​ະ​ເທດ​ຊາດ. ຂະ​ແຫນງ​ສິນ​ໃນ​ນ້ຳ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກຸ່ມ 20 ປະ​ເທດ​ໃນ​ໂລກ​ທີ່ມີ​ປະລິມານ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຫລາຍ​ກວ່າ​ໝູ່ ​ແລະ ຢືນ​ອັນ​ດັບທີ 6 ກ່ຽວ​ກັບ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ, ປະກອບ​ສ່ວນ​ລົບ​ລ້າງຄວາມທຸກ​ຍາກ, ສ້າງ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ປະມົງ​ນັບ​ລ້ານ​ຄົນ. ການ​ພັດທະນາ​ສິນ​ໃນ​ນ້ຳຂອງ​ຫວຽດນາມ ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ການ​ຮ່ວມ​ມື ຮ່ວມ​ທຸລະ​ກິດ​ໃນ​ບັນດາ​ຂົງ​ເຂດ​ຂຸດ​ຄົ້ນ ລ້ຽງ​ປູກ​ສິນ​ໃນ​ນ້ຳ, ປຸງ​ແຕ່ງ, ຄ້າ​ຂາຍ​ສິນ​ໃນ​ນ້ຳ​ກັບ​ບັນດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ ​ແລະ ສາກົນ,​ ​ໃນ​ນັ້ນ ຮ່ວມ​ມື​ຢ່າ​ງ​ເລິກ​ເຊິ່ງກວ້າງຂວາງ​ກັບ​ອົງການ​ອາຊີບ​ຫາ​ປາ​ສາກົນ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ສະຫະກອນ​ອາຊີບ​ຫາ​ປາ​ສາກົນ.