ພິທີລົງນາມສັນຍາຮ່ວມມືລະຫວ່າງສະພາກາແດງຫວຽດນາມ ແລະ ອົງຄະນະພັກຕ່າງປະເທດ

Chia sẻ
ສອງ​ຝ່າຍ​ໄດ້​ຈັດ​ຕັ້ງ​ການ​ໂຄສະນາ​ນະ​ໂຍບາຍ​ມະນຸດສະທຳ​ຂອງ​ພັກ, ລັດ, ບັນດາ​ຂະ​ບວນການ, ບັ້ນ​ຂົນຂວາຍ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ​ຢູ່​ຫວຽດນາມ​
ພິທີລົງນາມສັນຍາຮ່ວມມືລະຫວ່າງສະພາກາແດງຫວຽດນາມ ແລະ ອົງຄະນະພັກຕ່າງປະເທດ - ảnh 1

ພິທີ​ລົງ​ນາມ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສະພາກາ​ແດງ
​ຫວຽດນາມ ​ແລະ ອົງຄະ​ນະ​ພັກ​ຕ່າງປະ​ເທດ
(ພາບ: cpv.org.vn)

(vovworld) -     ຕອນ​ບ່າຍ​ວັນ​ທີ 31/10, ຢູ່​ຮ່າ​ໂນ້ຍ, ອົງຄະ​ນະ​ພັກ​ຕ່າງປະ​ເທດ ​ແລະ ສູນ​ກາງ​ສະພາ​ກາ​ແດງ​ຫວຽດນາມ ​ໄດ້​ລົງ​ນານ​​​ໃນໂຄງການ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ໄລຍະ 2012 – 2015. ​ເຊິ່ງຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ໄດ້​ຈັດ​ຕັ້ງ​ການ​ໂຄສະນາ​ນະ​ໂຍບາຍ​ມະນຸດສະທຳ​ຂອງ​ພັກ, ລັດ, ບັນດາ​ຂະ​ບວນການ, ບັ້ນ​ຂົນຂວາຍ​ໜູນ​ຊ່ວຍ​ຄົນ​ທຸກ​ຍາກ​ຢູ່​ຫວຽດນາມ​ ຂອງ​ສະພາກາ​ແດງ​ເຖິງ​ພະ​ນັກ​ງານ​ສະມາຊິກ​ພັກ​ເຊິ່ງ​ແມ່ນ​ຊາວ​ຫວຽດນາມ ທີ່​ພວມ​ປະຕິບັດ​ງານ, ຮໍ່າຮຽນ, ດຳລົງ​ຊີ​ວິດ​ຢູ່​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ສະພາກາ​ແດງ​ຈະ​ລວບ​ລວມ ​ແລະ ​​ແນະນຳບັນດາ​ສະຖານ​ທີ່ຕ້ອງການ​ບໍລິຈາກ​ມະນຸດສະທຳ ​ແມ່ນ​ບັນດາ​ຜູ້​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ເພື່ອ​ໃຫ້​ອົງການ​ຈັດ​ຕັ້ງ​ພັກ, ​ສະມາຄົມ, ໝູ່​ຄະນະ​ອາ​ໄສ​ຢູ່​ຕ່າງປະ​ເທດ​ຂົນຂວາຍ​ຊ່ວຍ​ເຫຼືອ ​ແລະ ຕິດ​ພັນ​ບັນດາ​ເປົ້າ​ໝາຍ​ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ. ອົງຄະ​ນະ​ພັກ​ຕ່າງປະ​ເທດ​ຈະ​ຂົນຂວາຍ​ພະນັກງານ, ສະມາຊິກ​ພັກ​ເຊິ່ງແມ່ນ​ຊາວ​ຫວຽດນາມ ທີ່​ພວມ​ປະຕິບັດ​ງານ, ດຳລົງ​ຊີ​ວິດ​ຢູ່​ຕ່າງປະ​ເທດສະໜັບສະໜູນ, ໜູນ​ຊ່ວຍ​ບັນດາ​ເປົ້າ​ໝາຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ປະຊາຊົນ​ບັນດາ​ເຂດ​ປະສົບ​ກັບ​ໄພ​ທຳ​ມະ​ຊາດ, ​ໄພພິບັດ, ຜູ້​ຕິດ​ທາດພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ຜ່ານ​​ຂະ​ບວນການ, ບັ້ນ​ຂົນຂວາຍຕ່າງໆ ​ໂດຍ​ສະພາກາ​ແດງ​ຫວຽດນາມ ປຸກລະດົມ.