ພິທີມອບຫລຽນໄຊດາວຄຳໃຫ້ທ່ານ ຮິ່ງທຸກຄ໋າງ

Chia sẻ
- ຕອນ​ເຊົ້າ​ວັນ​ທີ 15/4, ຢູ່​ເມືອງ ຕຽນ​ເຟືອ​ກ, ​ແຂວງ ກວາງ​ນາມ​ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ຫລຽນ​ໄຊ ດາວ​ຄຳ ​ໂດຍ​ລັດ ມອບ​ໃຫ້​​ທ່ານ ຮິ່ງທຸກ​ຄ໋າງ, ອະດີດ​ຜູ​້ວ່າການ​ແທນ​ປະ​ທານ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ
ພິທີມອບຫລຽນໄຊດາວຄຳໃຫ້ທ່ານ ຮິ່ງທຸກຄ໋າງ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ ມອບຫລຽນໄຊດາວຄຳ
ໃຫ້ ຍາດຕິພີ່ນ້ອງທ່ານ ຮິ່ງທຸກຄ໋າງ
(ພາບ:laodong.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/4, ຢູ່​ເມືອງ ຕຽນ​ເຟືອ​ກ, ​ແຂວງ ກວາງ​ນາມ​ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ຫລຽນ​ໄຊ ດາວ​ຄຳ ​ໂດຍ​ລັດ ມອບ​ໃຫ້​​ທ່ານ ຮິ່ງທຸກ​ຄ໋າງ, ອະດີດ​ຜູ້ວ່າການ​ແທນ​ປະ​ທານ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ. ທ່ານ ຮິ່ງທຸກ​ຄ໋າງ ​ເກີດ​ປີ 1876, ​ໃນ​ຄອບຄົວ​ຊາວ​ກະສິກອນ, ຢູ່​ຕາ​ແສງ ຕຽນ​ຫລາງ, ​ເມືອງ ຕຽນ​ເຟືອ​ກ, ​ແຂວງ ກວາງ​ນາມ. ທ່ານ ຮິ່ງທຸກ​ຄ໋າງ ​ເຄີຍ​ໄດ້​​ຮັບຕຳ​ແໜ່​ງ​ຜູ້​ວ່າການປະທານ​ປະ​ເທ​ດ ຈາກປະທານ ​ໂຮ່ຈີ​ມິ​ນ ​ເມື່ອ​ປະທານໄປ​ປະຕິບັດ​ງານ​ໄລຍະ​ຍາວຢູ່​ຕ່າງປະ​ເທດ.

        ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີນ​ຊາງ ຢືນຢັນ​ວ່າ:

“​ໃນ​ໄລ​ຍະ​ປະ​ຫວັດ​ສາດຂອງ​ປະ​ເທດ​ຊາດ, ​ກວາງ​ນາມ ​ແມ່ນ​ເຂດ​ດິນ​ແດນ​ທີ່​ເຕັ້​ມ​ໄປ​ດ້ວຍ​ມູນ​ເຊື້ອ​ຮັກ​ຊາດ ​ແລະ ການ​ປະຕິວັດ ​ມີ​ຫຼາຍ​ຄົນ​ທີ່​ດີ​ເດ່​ັນ​ໄດ້​ອຸທິດ​ຕະຫຼອດຊີວິດ​ຂອງ​ຕົນ​ໃຫ້​ແກ່ການ​ຕໍ່ສູ້​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ, ຄວາມສຸກ​ຂອງ​ປະຊາຊົນ. ​ໃນ​ນັ້ນ, ທ່ານ ຮິ່ງທຸກ​ຄ໋າງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸກຄົນ​ທີ່​ດີ​ເດ່​ັນຂອງ​ຂະ​ບວນການ​ຮັກ​ຊາດ​​ໃນ​ຕົ້ນ​ສະຕະວັດ​ທີ 20. ຊີວິດ​ຂອງ​ເພີ່ນ​ແມ່ນ​ແບບຢ່າງ​ທີ່​ສະຫງ່າ​ລາສີ​ກ່ຽວ​ກັບ​​ແບບ​ແຜນມູ​ນ​ເຊື້ອ​ຜ່ານ​ຜ່າ​ຄວາມທຸກ​ຍາກ, ມັກ​ການ​ຮຳ່ຮຽນ, ກ່ຽວ​ກັບ​ການ​ດຳລົງ​ຊີວິດ​ທີ່ລຽບ​ງ່າຍ, ​ບໍ່​ເຫັນ​ແກ່​ປະ​ໂຫຍ​ດສ່ວນ​ຕົວ, ​ຕະຫຼອດ​ຊີວິດ​ແມ່ນເພື່ອ​ປະ​ເທດ​ຊາດ ​​ແລະ ເພື່ອ​ປະຊາຊົນ​”