ພັກເພື່ອປະຊາຊົນ, ປະຊາຊົນພາຍໃນພັກ

Chia sẻ
(VOVWORLD) -ໃນອາຍຸການໃໝ່ ກົມການເມືອງ, ຄະນະເລຂາ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະນຳພາປະເທດປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ.
ພັກເພື່ອປະຊາຊົນ, ປະຊາຊົນພາຍໃນພັກ - ảnh 1ງານວາງສະແດງຫົວເລື່ອງ “ປະທານໂຮ່ຈີມິນ - ຜູ້ກໍ່ຕັ້ງ, ນຳພາ ແລະ ຝຶກຝົນຫຼໍ່ຫຼອມພັກກອມມູນິດຫວຽດນາມ”
(ພາບ: hanoimoi.com.vn)

ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມນູນິດຫວຽດນາມ ສິ້ນສຸດລົງຢ່າງຈົບງາມ, ນະຄອນຮ່າໂນ້ຍ ໄດ້ຈັດບັນດາການເຄື່ອນໄຫວວາງສະແດງເພື່ອເຊີດຊູພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ. ຢູ່ເຂດວາງສະແດງຫົວເລື່ອງ “ປະທານໂຮ່ຈີມິນ - ຜູ້ກໍ່ຕັ້ງ, ນຳພາ ແລະ ຝຶກຝົນຫຼໍ່ຫຼອມພັກກອມມູນິດຫວຽດນາມ” ເຮືອນເລກທີ 93, ຖະໜົນ ດິງຕຽນຮ່ວາງ, ມີຫຼາຍຄົນໄດ້ມີຄວາມຕັ້ງໃຈຮັບຊົມບັນດາພາບຖ່າຍ, ເອກະສານ ເພື່ອມີຄວາມເຂົ້າໃຈກວ່າກ່ຽວກັບໄລຍະປະຫວັດສາດອັນສະຫງ່າລາສີຂອງພັກ, ກ່ຽວກັບຜົນງານທີ່ຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ທີ່ມີຕໍ່ພັກ ແລະ ຊາດຫວຽດນາມ. ທ່ານ ມາຍຊວັນເຈື່ອງ, ນັກຮົບເກົ່າ, ຢູ່ເມືອງ ລອງບຽນ, ມີຄວາມເຊື່ອໝັ້ນວ່າ ໃນອາຍຸການໃໝ່ ກົມການເມືອງ, ຄະນະເລຂາ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະນຳພາປະເທດປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກຢ່າງມີໄຊ.

        ຢູ່ນະຄອນໂຮ່ຈີມິນ ກໍ່ໄດ້ຈັດບັນດາລາຍການສະແດງສິລະປະພິເສດຕັ້ງຂີດໝາຍໃນດວງໃຈຂອງປະຊາຊົນນະຄອນ. ໜຶ່ງໃນບັນດາເຫດການທີ່ໜ້າປະທັບໃຈຂ່ຳນັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ແມ່ນລາຍການຂັບຮ້ອງ “ເດີນກາຕ່າຍຕື - ສິ່ງປະເສີດເລີດລ້ຳທາງພາກໃຕ້ຫວຽດນາມ” ເຊິ່ງດຳເນີນຢູ່ເວທີຕໍ່ໜ້າໂຮງລະຄອນໃຫຍ່. ໂດຍເປັນຜູ້ໜຶ່ງທີ່ມາຊົມລາຍການ, ທ່ານນາງ ຫວໍທິແບັກເຫ້ວ, ຢູ່ເມືອງ 4, ເຊື່ອໝັ້ນວ່າ ດ້ວຍຖັນແຖວການນຳໃໝ່ຂອງພັກ, ພິເສດແມ່ນບົດບາດນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ປະເທດຈະມີບາດກ້າວກະໂດດຂັ້ນຫຼາຍຢ່າງໃນໄລຍະຈະມາເຖິງ.

ຕອບກັບ