ຝ່າຍຄ້ານລັດຖະບານຊີຣີສະເໜີຄຳສັ່ງຢຸດຍິງທົ່ວປະເທດໃນໂອກາດRamadan

Chia sẻ
​ໃນ​ຈົດໝາຍ​ຝາກ​ເຖິງ​ທ່ານ​​ເລຂາທິການ​ໃຫຍ່ ສປຊ Ban ki – moon ຫວ່າງ​ແລ້ວ​ນີ້, ທ່ານ Riad Hijab
ຝ່າຍຄ້ານລັດຖະບານຊີຣີສະເໜີຄຳສັ່ງຢຸດຍິງທົ່ວປະເທດໃນໂອກາດRamadan - ảnh 1
ເຮືອນຊານຖືກເປເພພາຍຫຼັງເຫດບຸກໂຈມຕີຢູ່ Aleppo ໃນວັນທີ 28/4.
 (ພາບ: AFP/ສຳນັກຂ່າວສານຊິນຮວາ)

(vovworld) – ​ໃນ​ຈົດໝາຍ​ຝາກ​ເຖິງ​ທ່ານ​​ເລຂາທິການ​ໃຫຍ່ ສປຊ Ban ki – moon ຫວ່າງ​ແລ້ວ​ນີ້, ທ່ານ Riad Hijab, ຜູ້​ປະສານ​ງານ​ຂອງ​ຄະນະ​ກຳມະການ​ເຈລະຈາ​ຂັ້ນ​ສູງ (HNC - ກຳລັງ​ຝ່າຍ​ຄ້ານ​ຕົ້ນຕໍ​ຢູ່ ຊີຣີ), ​ໄດ້​ສະ​ເໜີ​ກ່ຽວ​ກັບ​ຄຳ​ສັ່ງ​ຢຸດ​ຍິງ​ໃນ​ທົ່ວ​ປະ​ເທດ​ໃນ​ໂອກາດ​ເດືອນ​ກິນ​ເຈ Ramadan, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​​ເລື່ອງ​ເຄົາລົບ​ຄຳ​ສັ່ງ​ຢຸດ​ຍິງ​​​ທົ່ວ​ປະ​ເທດ​ໃນ​​ເດືອນ​ກິນ​ເຈ​ນີ້​ຢ່າງ​ຄົບ​ຖ້ວນ. ທ່ານ​ນາງ Basma Kodmani, ຜູ້ຕາງໜ້າ​ຂອງ HNC, ກໍ່​ມີ​ທັ​ດສະ​ນະ​ດຽວ​ກັນ​ວ່າ​ເດືອນ​ກິນ​ເຈ Ramadan ​​ໄດ້​​ເລີ່​ມ​ແຕ່​ອາທິດ​ຈະ​ມາ​ເຖິງ​ຈະ​ສ້າງ​ບັນດາ​ເງື່ອນ​ໄຂ ​ແລະ ສະພາບ​ແວດ​ລ​້ອມຢ່າງ​ເໝາະ​ສົມ​ເພື່ອ​ໃຫ້ HNC ກັບ​ຄືນ​ສູ່​ການ​ເຈ​ລະຈາ​ຢູ່ ​ເຊີ​ແນວ, ປະ​ເທດ ສະວິດ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ​ນີ້​ແມ່ນ​ເຈດ​ຈຳນົງ​ຂອງ HNC.

        ກໍ່​ກ່ຽວຂ້ອງ​ເຖິງ​ເດືອນ​ກິນ​ເຈ Ramadan, ລັດຖະບານ ອີ​ຢິບ ຫາ​ກໍ່​ປະກາດ​ເປີດ​ດ່ານ​ຊາຍ​ແດນ Rafah ຊົ່ວ​ຍາວລະຫວ່າງ​ປະ​ເທດ​ນີ້​ກັບ​ເຂດ ກາ​ຢາ ​ໃນ 4 ວັນ, ​ແຕ່​ວັນ​ທີ 1/6. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ກະທຳ​ມີ​ເຈດ​ຕະນາດ​ີ​ກ່ອນ​ທ່ີ​ດຳ​ເນີນ​ເດືອນ​ກິນ​ເຈ Ramadan ຂອງ​ຊາວ ອິດສະ​ລາມ.