ຝຣັ່ງ: ໄຂເວທີປາໄສ ປາຣີ ເພື່ອສັນຕິພາບຄັ້ງທີ 2

ຮີ່ງດຽບ, ນັກຂ່າວ VOV ປະຈຳ ຝຣັ່ງ
Chia sẻ
(VOVWORLD) - ຕອນເຊົ້າວັນທີ 12 ພະຈິກ ຕາມເວລາ ຝຣັ່ງ, ເວທີປາໄສ ປາຣີ ເພື່ອສັນຕິພາບຄັ້ງທີ 2 ຖືກໄຂຂຶ້ນຢູ່ນະຄອນຫລວງ ປາຣີ ແຫ່ງ ສ.ຝຣັ່ງ ຢ່າງເປັນທາງການ ແລະ ດຳເນີນຮອດວັນທີ 13 ພະຈິກ 2019. 
ຝຣັ່ງ: ໄຂເວທີປາໄສ ປາຣີ ເພື່ອສັນຕິພາບຄັ້ງທີ 2 - ảnh 1 ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron  (ພາບ:  AP)

ກ່າວຄຳເຫັນທີ່ພິທີໄຂ ດ້ວຍການເຂົ້າຮ່ວມຂອງປະມຸກລັດປະເທດຕ່າງໆ ແລະ ການນຳບັນດາອົງການຈັດຕັ້ງສາກົນປະມານ 30 ທ່ານ, ເວທີປາໄສສຸມໃສ່ປຶກສາຫາລືກ່ຽວກັບບັນດາມາດຕະການແນໃສ່ປົກປ້ອງລັດທິຫລາຍຝ່າຍ, ຮັບມືກັບລັດທິຊາດນິຍົມທີ່ພວມຟື້ນຕົວຂຶ້ນຢູ່ທົ່ວທຸກແຫ່ງໃນໂລກ. ໄປຄຽງຄູ່ກັນນັ້ນ, ທີ່ເວທີປາໄສຈະຮັບຮອງເອົາບັນດາໂຄງການໃນຂົງເຂດຕ່າງໆຄື: ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຕ້ານການຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຕ້ານບັນດາຂໍ້ມູນຂ່າວສານທີ່ຜິດເຂວ ແລະ ບັນດາອາດຊະຍາກຳຜ່ານທາງອິນເຕີແນັດ. ກ່າວຄຳເຫັນທີ່ພິທີໄຂເວທີປາໄສ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ເນັ້ນໜັກວ່າ:

        “ພວກເຮົາພວມປະເຊີນໜ້າກັບວິກິດການໃນລະບົບການເມືອງ ແລະ ເສດຖະກິດໂລກ. ລະບົບນີ້ ໄດ້ຮັບການສ້າງຕັ້ງບົນພື້ນຖານເສດຖະກິດການຕະຫລາດ, ເປີດປະຕູ, ການຄ້າເສລີ ແລະ ໄດ້ສະແດງໃຫ້ເຫັນປະສິດທິຜົນອັນດີງາມໃນຮອບເວລາ 70 ປີຜ່ານມາ, ນັບແຕ່ພາຍຫລັງສົງຄາມໂລກຄັ້ງທີ 2, ໄດ້ຊ່ວຍໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມອຶດຫິວທຸກຍາກນັບຮ້ອຍລ້ານຄົນ, ໄດ້ຊ່ວຍໃຫ້ຫລາຍພາກພື້ນສ້າງຕັ້ງ ແລະ ຮັກສາສັນຕິພາບ ແລະ ສະຖຽນລະພາບ, ຊ່ວຍສ້າງຕັ້ງລະບົບຄວບຄຸມຄວາມດຸ່ນດ່ຽງທີ່ບໍ່ເຄີຍມີມາກ່ອນ.”     

        ແລະໃນຕອນບ່າຍວັນທີ 12 ພະຈິກ, ໃນຂອບເຂດເວທີປາໄສ ປາຣີ ເພື່ອສັນຕິພາບຄັ້ງທີ 2, ທ່ານ ເລຮ່ວາຍຈູງ - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບ 70 ປີແຫ່ງວັນເຊັນສັນຍາ ເຊີແນວ ແລະ ເຂົ້າຮ່ວມການເຄື່ອນໄຫວຢູ່ນອກກອງປະຊຸມອື່ນໆອີກ. ທ່ານຮອງລັດຖະມົນຕີ ເລຮ່ວາຍຈູງ ຢືນຢັນວ່າ: ໃນໄລຍະສົງຄາມ, ປະຊາຊົນ ຫວຽດນາມ ຍັງຄົງຍົກສູງຈິດໃຈມະນຸດສະທຳ, ສິດພື້ນຖານຂອງປະຊາຊົນຕາມຄວາມມຸ່ງມາດປາດຖະໜາຂອງແຕ່ລະປະເທດ, ນັ້ນແມ່ນການດຳລົງຊີວິດໃນຄວາມເປັນເອກະລາດ ແລະ ເສລີພາບ.

ຕອບກັບ