ຝຶກອົບຮົມຄວາມຮູ້ ກ່ຽວກັບທະເລ, ໝູ່ເກາະ ຫວຽດນາມໃຫ້ພະນັກງານ ຄະນະຊາວໜຸ່ມ

Chia sẻ
ຜູ້​ແທນ​ກ່ວາ 500 ຄົນ​ເຊິ່ງ​ແມ່ນ​ການ​ນຳ ​ແລະ ນັກ​ປາຖະກະຖາຫຼັກ​ແຫຼ່ງຂອງ​ບັນດາ​ຄະນະ​ຊາວ​ໜູ່ມ​ແຂວງ, ນະຄອນ, ຊາວ​ໜຸ່ມ​​ສູນ​ກາງ​...
ຝຶກອົບຮົມຄວາມຮູ້ ກ່ຽວກັບທະເລ, ໝູ່ເກາະ ຫວຽດນາມໃຫ້ພະນັກງານ ຄະນະຊາວໜຸ່ມ - ảnh 1
ຜູ້ແທນກ່ວາ 500 ຄົນເຂົ້າຮ່ວມກອງປະຊຸມ
(ພາບ :Ngọc Anh)

(vovworld) - ​ໃນ​ວັນ​ທີ 29 ​ແລະ 30/6, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ສົມທົບ​ກັບ​ສູນ​ກາງ​​ຊາວ​ໜຸ່ມກອມມູນິດ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຝຶກ​ອົບຮົມ, ຝຶກ​ຝົນ​ຫຼໍ່ຫຼອມ​ຄວາ​ມຮູ້​ກ່ຽວ​ກັບ​ອະທິປະ​ໄຕທະ​ເລ, ໝູ່​ເກາະ ຫວຽດນາມ  ​ໃຫ້​ຖັນ​ແຖວ​ພະນັກງານ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ທຸກ​ຂັ້ນ​ປີ 2014. ຜູ້​ແທນ​ກ່ວາ 500 ຄົນ​ເຊິ່ງ​ແມ່ນ​ການ​ນຳ ​ແລະ ນັກ​ປາຖະກະຖາຫຼັກ​ແຫຼ່ງຂອງ​ບັນດາ​ຄະນະ​ຊາວ​ໜູ່ມ​ແຂວງ, ນະຄອນ, ຊາວ​ໜຸ່ມ​​ສູນ​ກາງ​ ​ແລະ ພະນັກງານ​ຊາວ​ໜຸ່ມ​ບັນດາ​ມະ​ຫາ​ວິທະຍາ​ໄລ​ໃນ​ບໍລິ​ເວນ​ນະຄອນຫຼວງ ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ ​ແລະ ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ກົດໝາຍ​ວ່າ​ດ້ວຍ​ທະ​ເລ ຫວຽດນາມ. ບັນດາ​ເນື້ອ​ໃນ​ອື່ນໆ​ເຊິ່ງລວມມີ: ບັນດາ​ພະຍານ​ຫຼັກ​ຖານ​ດ້ານ​ນິຕິ​ກຳ ​ເພື່ອຕໍ່​ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ, ບາງ​​ຫຼັກ​ຖານ​ປະຫວັດສາດ​ຢັ້ງຢືນ​ອະທິປະ​ໄຕທະ​ເລ​, ໝູ່​ເກາະ ຫວຽດນາມ, ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ ​ແລະ ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດທີ່ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

        ກ່ຽວ​ກັບ​ການ​ປະກອບ​ຂໍ້​ມູນ​ຂ່າວ, ຄວາມ​ຮູ້​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ, ຈະ​ປະກອບສ່ວນ​ເພີ່​ມ​ເຕີມ, ຍົກ​ສູງ​ຄວາ​ມຮູ້​ຂອງ​ພະນັກງານ​ຄະນະ​ຊາວ​ໜຸ່ມທຸກ​ຂັ້ນ, ຍົກ​ສູງ​ສະຕິ​ຄວາມ​ຮັບຜິດ​ຊອບ​​ຕໍ່​ປະ​ເທດ​ຊາດ ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ໂຄສະນາ, ​ເຜີຍ​ແຜ່​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ​ໃນ​ໄລຍະ​ຈະ​ມາ​ເຖິງດ້ວຍ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ສູງ.