ຜູ້​ອຳ​ນວຍ​ການ​ໃຫຍ່ IMF ຮຽກ​ຮ້ອງ ອາ​ເມ​ລິ​ກາ ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ ປະ​ດັບເພ​ດານ​ໜີ້​ສາ​ທາ​ລະ​ນະ ໂດຍ​ໄວ

Chia sẻ
(VOVWORLD) - ລັດຖະບານ ອາເມລິກາ ອາດຈະບໍ່ມີບ້ວງເງິນໃຊ້ຈ່າຍສາທາລະນະ ໃນເດືອນມິຖຸນາ, ຊ້ຳບໍ່ໜຳແມ່ນລົ້ມລະລາຍ ຖ້າລັດຖະສະພາບໍ່ຍົກລະດັບໜີ້ສາທາລະນະ ຂຶ້ນ 31.400 ຕື້ USD 
ຜູ້​ອຳ​ນວຍ​ການ​ໃຫຍ່ IMF ຮຽກ​ຮ້ອງ ອາ​ເມ​ລິ​ກາ ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ ປະ​ດັບເພ​ດານ​ໜີ້​ສາ​ທາ​ລະ​ນະ ໂດຍ​ໄວ - ảnh 1ທ່ານນາງ Kristalina Georgieva ຜູ້ອວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) (ພາບ: TTXVN)

ວັນທີ 24 ພຶດສະພາ, ກ່າວຄຳເຫັນທີ່ເວທີປາໄສເສດຖະກິດ ກາຕາ (ເຊິ່ງພວມດຳເນີນຢູ່ Doha, ໃນລະຫວ່າງວັນທີ 23 – 25 ພຶດສະພາ), ທ່ານນາງ Kristalina Georgieva ຜູ້ອວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) ໃຫ້ຮູ້ວ່າ ບັນດາຄວາມບໍ່ລົງລອຍກັນຂອງປະເທດອາເມລິກາ ກ່ຽວກັບ ລະດັບເພດານໜີ້ ສາທາລະນະ  “ແມນ່ການກະທຳບໍ່ຈຳເປັນ” ໃຫ້ແກ່ພື້ນຖານເສດຖະກິດໂລກ, ເປັນຕົ້ນແມ່ນໃນໄລຍະມີຄວາມຂາດສະຖຽນລະພາບຫຼາຍຄືປັດຈຸບັນ ດັ່ງນັ້ນຄວນແກ້ໄຂໂດຍໄວ. ບັນດາຕະຫຼາດສາກົນພວມເກີດມີຄວາມວຸ້ນວາຍຍ້ອນການໂຕ້ຖຽງກັນລະຫວ່າງທ່ານປະທານາທິບໍດີ ອາເມລິກາ Joe Biden ກັບການນຳພັກສາທາລະນະ ກ່ຽວກັບລະດັບຈຳກັດໃນການກູ້ຢືມ ຂອງ ອາເມລິກາ ໃນຂະນະທີ່ເວລາກຳນົດແມ່ນຕົ້ນເດືອນມິຖຸນາ ເພື່ອແກ້ໄຂບັນຫານີ້ທີ່ພວມໃກ້ຈະມາຮອດແລ້ວ.

ທ່ານນາງ Georgieva ເຊື່ອໝັ້ນວ່າ ອາເມລິກາ ຈະຫຼີກລ້ຽງ ກໍລະນີລົ້ມລະລາຍໄດ້. ເຖິງຢ່າງໃດກໍ່ຕາມ, ລັດຖະບານ ອາເມລິກາ ອາດຈະບໍ່ມີບ້ວງເງິນໃຊ້ຈ່າຍສາທາລະນະ ໃນເດືອນມິຖຸນາ, ຊ້ຳບໍ່ໜຳແມ່ນລົ້ມລະລາຍ ຖ້າລັດຖະສະພາບໍ່ຍົກລະດັບໜີ້ສາທາລະນະ ຂຶ້ນ 31.400 ຕື້ USD ແລະ ກໍລະນີນີ້ອາດຈະກໍ່ວິກິດການດ້ານເສດຖະກິດ ແລະ ເຮັດໃຫ້ບັນດາຕະຫຼາດໃນທົ່ວໂລກຂາດສະຖຽນລະພາບ.

ຕອບກັບ