ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍສະເພາະ, ສ້າງບາດກ້າວຫັນປ່ຽນບຸກທະລຸໃນການພັດທະນານະຄອນ ໂຮ່ຈີມິນ

Chia sẻ
(VOVWORLD) - ສ້າງບາດກ້າວບຸກທະລຸມີລັກສະນະກະໂດດຂັ້ນ ໃນການລະດົມກຳລັງແຮງສັງລວມ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ, ທີ່ຕັ້ງຍຸດທະສາດຢ່າງສຸດຂີດ, ຊຸກຍູ້ໃຫ້ນະຄອນ ໂຮ່ຈີມິນ ພັດທະນາ
ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍສະເພາະ, ສ້າງບາດກ້າວຫັນປ່ຽນບຸກທະລຸໃນການພັດທະນານະຄອນ ໂຮ່ຈີມິນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ
(ພາບ: VGP)

 ຕອນເຊົ້າວັນທີ 26 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 1, ຄະນະຊີ້ນຳຜັນຂະຫຍາຍປະຕິບັດມະຕິເລກທີ 98 ຂອງສະພາແຫ່ງຊາດ ກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍສະເພາະພັດທະນານະຄອນ ໂຮ່ຈີມິນ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ທາງນະຄອນເພີ່ມທະວີການສົມທົບກັບບັນດາ ຄະນະ, ກະຊວງ, ຂະແໜງການສູນກາງ; ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍສະເພາະໃຫ້ບັນລຸປະສິດທິຜົນ, ສ້າງບາດກ້າວບຸກທະລຸມີລັກສະນະກະໂດດຂັ້ນໃນການລະດົມກຳລັງແຮງສັງລວມ, ຂຸດຄົ້ນຄວາມສາມາດ ບົ່ມຊ້ອນ, ທ່າແຮງ, ທີ່ຕັ້ງຍຸດທະສາດຢ່າງສຸດຂີດ, ຊຸກຍູ້ໃຫ້ນະຄອນ ໂຮ່ຈີມິນ ພັດທະນາໄວ, ຍືນຍົງ… ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຕິຮູບລະບຽບການບໍລິຫານ, ເປັນເສນາທິການນຳສະເໜີບັນດາກົນໄກ, ນະໂຍບາຍໜູນຊ່ວຍ, ສົ່ງເສີມການລົງທຶນພັດທະນາໃນບໍລິເວນນະຄອນ, ສ້າງເງື່ອນໄຂສະດວກກ່ຽວກັບສະພາບການລົງທຶນດຳເນີນທຸລະກິດໃຫ້ບັນດາວິສາຫະກິດຢູພາຍໃນປະເທດ ແລະ ວິສາຫະກິດມີເງິນລົງທຶນຕ່າງປະເທດໃນບໍລິເວນນະຄອນ.

ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍສະເພາະ, ສ້າງບາດກ້າວຫັນປ່ຽນບຸກທະລຸໃນການພັດທະນານະຄອນ ໂຮ່ຈີມິນ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ປະທານສະພາບໍລິຫານງານທິດຕາເວັນອອກພາກໃຕ້ ຫວຽດນາມ
(ພາບ: VGP)

ຕອນບ່າຍວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ປະທານສະພາບໍລິຫານງານ ທິດຕາເວັນອອກພາກໃຕ້ ຫວຽດນາມ, ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຂອງສະພາ ດ້ວຍຫົວຂໍ້ ທາບທາມຄວາມເຫັນການວາງແຜນທາງທິດຕາເວັນອອກພາກໃຕ້ ຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2050.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງການຜັຂະຫຍາຍ, ສ້າງການວາງແຜນ ທິດຕາເວັກອອກພາກໃຕ້ ຫວຽດນາມ ໃຫ້ສົມບູນແບບ, ໃນຈຸດເວລາປະຈຸບັນແມ່ນມີຄວາມສະດວກຫຼາຍຢ່າງ, ສະນັ້ນ, ບັນດາການວາງແຜນຕ້ອງເສີມຂະຫຍາຍຢ່າງສຸດຂີດຄວາມສາມາດບົ່ມຊ້ອນຂອງມະນຸດ, ມູນເຊື້ອ ວັດທະນະທຳ - ປະຫວັດສາດ, ຖືມະນຸດເປັນໃຈກາງ, ເປັນເຈົ້າກຳ, ເປົ້າໝາຍ, ແຫຼ່ງກຳລັງເພື່ອພັດທະນາ.

ຕອບກັບ