ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ກ່າວປະນາມບັນດາການກະທຳຜິດກົດໝາຍຂອງຈີນຢູ່ທະເລຕາເວັນອອກ

Chia sẻ
(VOVWORLD) -ວັນທີ 17 ຕຸລາ, ອະນຸກຳມະການອາຊີຕາເວັນອອກ - ປາຊີຟິກ ແລະ ນະໂຍບາຍຄວາມປອດໄພທາງເຄືອຂ່າຍອີນເຕີແນັດສາກົນ ຂຶ້ນກັບຄະນະກຳມະການພົວພັນຕ່າງປະເທດສະພາສູງອາເມລິກາ ໄດ້ຈັດວາລະອະພິປາຍກ່ຽວກັບການປະຕິບັດກົດໝາຍວ່າດ້ວຍຂໍ້ລິເລີມຮັບປະກັນອາຊີຄືນໃໝ່ (ARIA).

ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ກ່າວປະນາມບັນດາການກະທຳຜິດກົດໝາຍຂອງຈີນຢູ່ທະເລຕາເວັນອອກ - ảnh 1 ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບອາຊີຕາເວັນອອກ - ປາຊີຟິກ ທ່ານ David Stilwell

(ພາບປະກອບ: Stripes/TTXVN)

ທີ່ວາລະອະພິປາຍ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບອາຊີຕາເວັນອອກ - ປາຊີຟິກ ທ່ານ David Stilwell ໄດ້ຢືນຢັນຄືດັ່ງກ່າວໃນ ARIA, ບັນດາຫຼັກການແກ່ນສານຂອງລະບົບກົດໝາຍສາກົນພວມຖືກທ້າທາຍຍ້ອນເລື່ອງຈີນ ກໍ່ສ້າງ ແລະ ຫັນບັນດາເຂດຖົມດິນເປັນເກາະຢູ່ທະເລຕາເວັນອອກຢ່າງຜິດກົດໝາຍເປັນການທະຫານ. ບັນດາການກະທຳຂອງຈີນ ຢູ່ທະເລຕາເວັນອອກ ແມ່ນໄພນາບຂູ່ບໍ່ພຽງແຕ່ສຳລັບບັນດາປະເທດມີຄຳຮຽກສິດຢູ່ທະເລຕາເວັນອອກ ຫຼື ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ຫາກນັບທັງບັນດາປະເທດເຂົ້າຮ່ວມການແລກປ່ຽນການຄ້າຢູ່ພາກພື້ນ ກໍຄືບັນດາຜູ້ຖືເປັນສຳຄັນໃນການເດີນເຮືອຢ່າງເສລີ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ. ທ່ານ David Stilwell ເນັ້ນໜັກວ່າ, ບັນດາຄຳຮຽກສິດອະທິປະໄຕຂອງຈີນ ສຳລັບອັນທີ່ເອີ້ນວ່າ “ເສັ້ນ 9 ຕອນ” ຢູ່ທະເລຕາເວັນອອກ ແມ່ນຜິດກົດໝາຍ ແລະໄຮ້ເຫດຜົນ. ບັນດາຄຳຖະແຫຼງດັ່ງກ່າວແມ່ນບໍ່ມີຄຸນຄ່າດ້ານນິຕິກຳ, ປະຫວັດສາດ ຫຼື ດ້ານພູມສາດ, ກໍ່ຄວາມເສຍຫາຍໃຫ້ບັນດາປະເທດອື່ນ. ບັນດາການກະທຳເກາະຜິດທີ່ເກີດຂຶ້ນຢ່າງຕໍ່ເນື່ອງຂອງປັກກີ່ງ ນັ້ນ ພວມກີດຂວາງບັນດາປະເທດອາຊຽນ ສຳຜັດກັບແຫຼ່ງສະສົມພະລັງງານຢູ່ທະເລຕາເວັນອອກ, ກໍ່ຄວາມຂາດສະຖຽນລະພາບ ແລະ ເພີ່ມໄພເກີດການປະທະກັນໃນພາກພື້ນ…

        ຕາມ ARIA ແລ້ວ, ນະໂຍບາຍຂອງອາເມລິກາ ແມ່ນຮັບປະກັນຄວາມເສລີໃນການເດີນທະເລ, ການບິນ ແລະ ບັນດາຈຸດປະສົງອື່ນທີ່ຖືກຕ້ອງຕາມກົດໝາຍຢູ່ທະເລ. ວໍຊິງຕັນ ຈະສືບຕໍ່ປະຕິບັດສິດເສລີໃນການເດີນທະເລ, ການບິນ ແລະ ເຄື່ອນໄຫວບໍ່ວ່າເຂດໃດທີ່ກົດໝາຍສາກົນອະນຸຍາດ.

ຕອບກັບ