ປ່ຽນໃຫມ່ຈີນຕະນາການວິທະຍາສາດເຕັກໂນໂລຊີຈາກນະໂຍບາຍ

Chia sẻ
(vovworld)- ວັນ​ທີ 6/9, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ

ປ່ຽນໃຫມ່ຈີນຕະນາການວິທະຍາສາດເຕັກໂນໂລຊີຈາກນະໂຍບາຍ - ảnh 1
ທ່ານຫງວຽນ​ທ້ຽນ​ເຍີນ ໂອ້ລົມກັບບັນດາສາດສະດາຈານ
ພາບ:diembao.info


(vovworld)- ວັນ​ທີ 6/9, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ພົບ​ປະ ​ແລະ​ເຮັດ​ວຽກ​ກັບ ສາດສະດາຈານ 21 ທ່ານ ຊື່​ງ​ແມ່ນ​ບັນດາ​ການ​ນຳ​ສະມາຄົມ​ທີ່​ຂຶ້ນ​ກັບ​ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ​ເຕັກນິກ​ຫວຽດນາມ ​​ແນ​ໃສ່ ປະກອບສ່ວນ​ຫັນ​ມະຕິ​ສູນ​ກາງ​ຄັ້ງ​ທີ 6 ກ່ຽວ​ກັບ​ການ​ປ່ຽນ​ໃຫມ່ ​ແລະ ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ເປັນ​ລະອຽດ, ​ເສີມ​ຂະຫຍາຍ​ການ​ປະກອບສ່ວນ​ຂອງ​ຖັນ​ແຖວ​ປັນ​ຊາ​ຊົນ​ຫວຽດນາມ.

        ຕີ​ລາຄາ​ສູງ​​ຄຳ​ເຫັນ​ຂອງບັນດາ​ສາດສະດາຈານ​ດັ່ງກ່າວ, ທ່ານ​ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ບັນດາ​ສາດສະດາຈານ ​ໄດ້​ເຮັດ​ແຈ້ງ​ບັນດາ​ເນື້ອ​ໃນ​ສົມທົບ​ລະຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ​ເຕັກນິກ​ຫວຽດນາມ. ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເຫ​ນີ ບັນດາ​ສາດສະດາ​ນຈານ ກໍ​ຄື​ສະມາຄົມ​ສະມາ​ຊີກ​ສະຫະພັນ ຄວນ​ເສີມ​ຂະຫຍາຍ​ບົດບາດ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ ພິ​ເສດ ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ.