ປະເທດຊາດຕ້ອງການບັນດາພະນັກງານທັງມີຄຸນສົມບັດ, ທັງມີຄວາມສາມາດດ້ານວິຊາການ

Chia sẻ
ຕອນ​ເຊົ້າ​ວັນ​ທີ 13/9, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ສົກຮຽນ​ໃໝ່ (2014-2015) ຢູ່​ມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ. 
ປະເທດຊາດຕ້ອງການບັນດາພະນັກງານທັງມີຄຸນສົມບັດ, ທັງມີຄວາມສາມາດດ້ານວິຊາການ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເຂົ້າ​ຮ່ວມ​ພິທີ​ເປີດ​ສົກຮຽນ​ໃໝ່ (2014-2015) ຢູ່​ມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ

(vovworld) - ຕອນ​ເຊົ້າ​ວັນ​ທີ 13/9, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ສົກຮຽນ​ໃໝ່ (2014-2015) ຢູ່​ມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ​ຫວັງ​ວ່າ​ໝູ່​ຄະນະ​ພະນັກງານ, ຄູ​ອາຈານ​ຂອງ​ ມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ ຈະ​ຫຼໍ່​ຫຼອມ​ຄຸນ​ນະ​ທາດດ້ານ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ຮຳ່ຮຽນ​ເອົາ​ບົດຮຽນ, ພຶດຕິ​ກຳ​ຕົວ​ຈິງ, ວິຊາ​ການ​ສ້າງ​ຄູ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ປະກອບສ່ວນ​ຫຼາຍ​ກວ່າ, ດີກ​ວ່າ​ໃນ​ວຽກ​ງານ​ບຳລຸງ​ສ້າງ​ພະນັກງານ​ກົດໝາຍ​ໃຫ້​ແກ່​ປະ​ເທດ​ຊາດ“

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງສະ​ເໜີ​ໃຫ້ ມະຫາວິທະ ຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍກຳນົດ​ເລື່ອງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 2013​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ໂຮງຮຽນ, ​ເພື່ອ​ເຮັດ​ໃຫ້​ບັນດາ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ​ຂະຫຍາຍ​ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ສັງຄົມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ່​ຊີ້​ແຈ້ງວ່າ​ ປະ​ເທດ​ຊາດພວມ​ຕ້ອງການ​ບັນດາ​ພະນັກງານ​ທັງ​ມີ​ຄຸນສົມບັດ, ທັງ​ມີ​ຄວາມ​ສາມາດ​ດ້ານວິຊາ​ການ ​ແລະ ຫວັງ​ວ່າ​ບັນດາ​ນັກ​ສຶກສາມະຫາວິທະ ຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍຈະ​ສູ້​ຊົນ​ຫຼໍ່​ຫຼອມ, ສະ​ສົມ​ຄວາມ​ຮູ້, ຫຼໍ່​ຫຼອມ​ຄຸນສົມບັດ​ວິຊາ​ຊີບ​​ໃຫ້ວິວັດ​​ການ​ກໍ່​ຮ່າງ​ສ້າງ​ຕົວ​ໃນຕໍ່ໜ້າ.