ປະຢັດໄດ້ 570 ຕື້ດົງຈາກການປະຕິຮູບລະບຽບການບໍລິຫານ

Chia sẻ
(vovworld)-  570 ຕື້ດົງ ແມ່ນຈຳນວນ​ເງິ​ນທີ່ຄາດຄະເນວ່າຈະປະຢັດໄດ້ໃຫ້ແກ່ ປະຊາຊົນ, ອົງການ​ຈັດ​ຈັ້ງ, ອົງການ​ບໍລິຫານ​ແຫ່ງ​ລັດ​ໃນ​ແຕ່ລະ​ປີ...

ປະຢັດໄດ້ 570 ຕື້ດົງຈາກການປະຕິຮູບລະບຽບການບໍລິຫານ - ảnh 1
ພາບປະກອບ:internet


(vovworld)-  570 ຕື້ດົງ ແມ່ນຈຳນວນ​ເງິ​ນທີ່ຄາດຄະເນວ່າຈະປະຢັດໄດ້ໃຫ້ແກ່ ປະຊາຊົນ, ອົງການ​ຈັດ​ຈັ້ງ, ອົງການ​ບໍລິຫານ​ແຫ່ງ​ລັດ​ໃນ​ແຕ່ລະ​ປີ ​ເມື່ອ​ລະບົບ​ຂໍ້​ມູນ​ຂ່າວສານ​ຮັບ​​ເອົາຄຳ​ສະ​ເຫ​ນີ, ສ່ອງ​ແສງ ກ່ຽວ​ກັບ​ຂໍ້​ກຳນົດ​ດ້ານ​ບໍລິຫານ ​ແລະ ສະພາບ​ການ, ໝາກຜົນ​ຂອງ​ການ​ແກ້​ໄຂ​ລະບຽບ​ການ​ບໍລິຫານ​ຢູ່​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຜ່ານ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ລະບຽບ​ການ​ບໍລິຫານ​ນຳ​ເຂົ້າ​​ເຄື່ອນ​ໄຫວ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ຮ່າງ​ສ້າງ​ລະບົບ​ຂໍ້​ມູນ​ຂ່າວສານ” ​ໂດຍ​ກະຊວງ​ຍຸ​ຕິ​ທຳ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 21/8 ຢູ່ ຮ່າ​ໂນ້ຍ, ທ່ານ​ ​ເລ​ຮົ່ງ​ເຊີນ, ຮອງ​ລັດຖະມົນຕີ​ກະຊວງ​ຍຸ​ຕິ​ທຳ​ໃຫ້​ຮູ້​ວ່າ: ​ແຜນ​ຮ່າງ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງ​ຕັ້ງ​ລະບົບ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕ​ນິກ ຮັບ​ເອົາ, ​ແກ້​ໄຂ​ຄຳ​ສະ​ເຫ​ນີ, ສ່ອງ​ແສງ ​ແລະ ໝາກຜົນ​ຂອງການ​​ແກ້​ໄຂ​ລະບຽບ​ການ​ບໍລິຫານ​ຢູ່​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ດ້ວຍ​ລັກສະນະ​ທີ່​ຈຳ​ເປັນ​ຢ່າງ​ຄົບ​ຖ້ວນ ​ແລະ ​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ກວດກາ, ປະຕິ​ຮູບ​ລະບຽບການ​ບໍລິຫານ, ​ເປີດ​ເຜີຍ, ມີ​ຂໍ້​ມູນ​ຂ່າວສານ​ທາງ​ເຄືອ​ຂ່າ​ຍອິນ​ເຕີ​ແນ​ດຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ສະພາບ​ການ, ໝາກຜົນ​ຂອງການ​ແກ້​ໄຂ.