ປະທານາທິບໍດີColombiaໄດ້ຮັບໄຊຊະນະການເລືອກຕັ້ງຄືນໃຫມ່

Chia sẻ
 ດ້ວຍ 95% ຈຳ​ນວນ​ບັດ​ເລືອກຕັ້ງ​​ໄດ້​ຮັບ​ການນັບແລ້ວ, ທ່ານ Hoan Juan Manuel Santos, ປະທານາທິບໍດີ Colombia ຄົນ​ປະຈຸ​ບັນ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃຫມ່...
ປະທານາທິບໍດີColombiaໄດ້ຮັບໄຊຊະນະການເລືອກຕັ້ງຄືນໃຫມ່ - ảnh 1
ປະທານາທິບໍດີ Columbia - Juan Manuel Santos.
 (ພາບ: Panampost)

(vovworld)- ດ້ວຍ 95% ຈຳ​ນວນ​ບັດ​ເລືອກຕັ້ງ​​ໄດ້​ຮັບ​ການນັບແລ້ວ, ທ່ານ Hoan Juan Manuel Santos, ປະທານາທິບໍດີ Colombia ຄົນ​ປະຈຸ​ບັນ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃຫມ່​ໃນ​ການ​ເລືອກຕັ້ງ​ປະທານາທິບໍດີ ຮອບ​ທີ 2 ຢູ່​ປະ​ເທດ​ນີ້, ດ້ວຍ​ບັດ​​ເລືອກ​ຕັ້ງ​ປະມານ 50%. ຕາມ​ການ​ຕີ​ລາຄາ​ຂອງ​ວົງ​ການ​ນັກໄຈ້​ແຍກ​ແລ້ວ, ​ໄຊຊະນະ​ຂອງ​ທ່ານ Juan Manuel Santos ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ພະຍານ​ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ Colombia ຈະ​ສືບ​ຕໍ່​ເຈລະຈາ​ສັນຕິພາບ​ກັບ​ກຳລັງ​ປະກອບ​ອາວຸດ​ປະຕິວັດ Colombia.