ປະທານາທິບໍດີ ອາເມລິກາ ຕຳໜິຕິຕຽນ FED ພວມຮັບຄວາມຜິດພາດຢ່າງຮ້າຍແຮງ

Chia sẻ
(VOVWORLD) - ວັນທີ 11 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ຄັດຄ້ານທະນາຄານສະສົມສະຫະລັດ ອາເມລິກາ (FED) ເມື່ອຕຳໜິຕິຕຽນການກະທຳ “ກະມຶງກະມັງ” ໃນຂັ້ນຕອນເພີ່ມອັດຕາດອກເບ້ຍຂອງທະນາຄານນີ້.
ປະທານາທິບໍດີ ອາເມລິກາ ຕຳໜິຕິຕຽນ FED ພວມຮັບຄວາມຜິດພາດຢ່າງຮ້າຍແຮງ - ảnh 1ສຳນັກງານທະນາຄານສະສົມສະຫະລັດ ອາເມລິກາ  (ພາບ: AFP/TTXVN) 

ກ່າວຄຳເຫັນໃນຊ່ອງໂທລະພາບ Fox & Friend, ທ່ານ Donald Trump ຖືວ່າ: FED ພວມ “ຮັບຜິດພາດຢ່າງຮ້າຍແຮງ”. ເຖິງວ່າຮັບຮູ້ເລື່ອງເພີ່ມອັດຕາດອກເບ້ຍ ຈະນຳມາເຊິ່ງຜົນປະໂຫຍດໃຫ້ຜູ້ຝາກເງິນປະຢັດກໍ່ຕາມ.

ກ່ອນໜ້ານັ້ນ, ທ່ານ Donald Trump ໄດ້ຖະແຫຼງວ່າ ເລື່ອງ FED ເພີ່ມອັດຕາດອກເບ້ຍ ແມ່ນສາຍເຫດທີ່ພາໃຫ້ເກີດຄວາມສັບສົນໃນຕະຫລາດຫຼັກຊັບ. ບັນດາຕະຫລາດຫຼັກຊັບອື່ນຢູ່ ອາຊີ ກໍ່ລ້ວນແຕ່ຫລຸດລົງໃນຕອນເຊົ້າວັນທີ 11 ຕຸລາ. ທ່ານປະທານາທິບໍດີ Donald Trump ຖືວ່າ: FED ພວມຮັບຄວາມຜິດພາດ ແລະ ຢືນຢັນວ່າ  ທ່ານບໍ່ເຫັນດີເຫັນພ້ອມຕໍ່ການກະທຳນີ້ຂອງ FED, ທະນາຄານສູນກາງເຄື່ອນໄຫວເອກະລາດກັບລັດຖະບານ ອາເມລິກາ.

ຕອບກັບ