ປະທານາທິບໍດີ ຕວກກີ ເຈລະຈາກັບຄູ່ຕຳແໜ່ງ ປາແລັດສະຕິນ ແລະ ອິດສະລາແອັນ

Chia sẻ
(VOVWORLD) - ວັນທີ 20 ກໍລະກົດ ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ປາແລັດສະຕິນ ແລະ ອິດສະລາແອັນ ເພື່ອປຶກສາຫາລືບັນດາຄວາມເຄັ່ງຕຶງທີ່ນັບມື້ນັບປີນຂັ້ນໄດຢູ່ Jerusalem
ປະທານາທິບໍດີ ຕວກກີ ເຈລະຈາກັບຄູ່ຕຳແໜ່ງ ປາແລັດສະຕິນ ແລະ ອິດສະລາແອັນ - ảnh 1ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan (ພາບ: AFP/TTXVN)

ພາຍຫລັງວົງການເຈົ້າໜ້າທີ່ ອິດສະລາແອັນ ຜັນຂະຫຍາຍບັນດາມາດຕະການປ້ອງກັນຄວາມສະຫງົບໃໝ່ ເພື່ອຈຳກັດຊາວ ປາແລັດສະຕິນ ເຂົ້າຢ້ຽມໄວ້ອາໄລໂບດອິດສະລາມ Al-Aqsa. ຫ້ອງວ່າການປະທານາທິບໍດີ ຕວກກີ ໃຫ້ຮູ້ວ່າ ໃນການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໃນຕອນເຊົ້າວັນທີ 20 ກໍລະກົດ, ທ່ານ Erdogan ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປຄັ້ງຫລ້າສຸດ ທີ່ກ່ຽວຂ້ອງເຖິງການຈຳກັດຂອງ ອິດສະລາແອັນ ຢູ່ໂບດອິດສະລາມ Al-Aqsa.

        ແລະກໍ່ໃນວັນດຽວກັນ, ທີ່ການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອິດສະລາແອັນ Reuven Rivlin, ທ່ານປະທານາທິບໍດີ Erdogan ສະແດງຄວາມເສຍດາຍຕໍ່ຄວາມເສຍຫາຍກ່ຽວກັບມະນຸດ ຍ້ອນຄວາມເຄັ່ງຕຶງຢູ່ ໂບດອິດສະລາມ Al-Aqsa. ການນຳ ຕວກກີ ເວົ້າກັບທ່ານ Rivlin ວ່າ ຕາມຄວາມເສລີໃນການເຄື່ອນໄຫວສາສະໜາ ແລະ ທຳພິທີບູຊາ ຊາວມຸດສະລິມ ຈະໄດ້ເຂົ້າໂບດອິດສະລາມ Al-Aqsa ໂດຍບໍ່ຖືກຂໍ້ຈຳກັດໃດ.

ຕອບກັບ