ປະທານາທິບໍດີ ຊີຣີ ໄດ້ປະກົດຕົວໃນໂທລະ ພາບຄືນໃໝ່

Chia sẻ
​ວັນ​ທີ 7/8, ໂທລະພາບ​ແຫ່ງ​ຊາດ ຊີຣີ ​ໄດ້​​ແຜ່ພາບ​ທ່ານ​ປະທານາທິບໍດີ Bashar Al Assad ​ໃຫ້ການ​ຕ້ອນຮັບຫົວໜ້າ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສູງ​ສຸດ ອີຣານ Gialili ຢູ່​ນະຄອນຫຼວງ Damascus
ປະທານາທິບໍດີ ຊີຣີ ໄດ້ປະກົດຕົວໃນໂທລະ ພາບຄືນໃໝ່ - ảnh 1
ທ່ານ​ປະທານາທິບໍດີ Bashar Al Assad
(ພາບ: ອີນເຕີເນັດ)

(vovworld) - ​ວັນ​ທີ 7/8, ໂທລະພາບ​ແຫ່ງ​ຊາດ ຊີຣີ ​ໄດ້​​ແຜ່ພາບ​ທ່ານ​ປະທານາທິບໍດີ Bashar Al Assad ​ໃຫ້ການ​ຕ້ອນຮັບຫົວໜ້າ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສູງ​ສຸດ ອີຣານ Gialili ຢູ່​ນະຄອນຫຼວງ Damascus. ທ່ີ​ການ​ພົບ​ປະ, ທ່ານ Gialili ຖະ​ແຫຼງ​ວ່າ: ອີຣານ ​ເຊື່ອ​ໝັ້ນ​ວ່າ: ການ​ໂອ້​ລົ​ມສົນທະນາ​ຊົນ​ຊາດ​ລະຫວ່າງ​ທຸກໆຝ່າຍ​ພາຍ​ໃນ​ປະ​ເທດ ຢູ່ ຊີຣີ ຈະ​ແມ່ນ​ມາດ​ຕະການ​ແກ້​ໄຂ​ວິ​ກິດ​ການ​ໃນ​ປະຈຸ​ບັນ​ຢູ່​ປະ​ເທດ​ນີ້ ​ແລະ ບັນດາ​ມາດ​ຕະການ​​ໂດຍ​ພາຍນອກ​ສະ​ເໜີ​​ແມ່ນ​ບໍ່​ສາມາດ​ຊ່ວຍ​ປັບ​ປຸງສະພາບ​ການ​ຢູ່​ປະ​ເທດ​ນີ້ໄດ້. ຄຳ​ຢັ້ງຢືນ​ນີ້ຂອງ​ວົງ​ການ​ເຈົ້າ​ໜ້າ​ທີ່ ອີຣານ ກໍ​ໄດ້​ຮັບ​ການ​ເນັ້ນ​ໜັກ​ຈາກທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hilary Clinton ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​ນາງ​ມາ​ຢ​້ຽມຢາມ ອາບຝຣີກາ​​ ​ໃຕ້​ໃນ​ວັນ​ທີ 7/8. ຕາມ​ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ແລ້ວ, ບໍ່​ຄວນ​ປະ​ໃຫ້​ວິ​ກິດ​ການ​ຢູ່ ຊີຣີ ຕົກ​ເຂົ້າ​ສູ່​ບັ້ນ​ຮົບ​ລະຫວ່າງ​ບັນດາ​ພັກ​ຝ່າຍສາສະໜາ. ທ່າ​ນນາງ Clinton ກໍ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຄວນ​ສົມທົບ​ກັນ​​ໂດຍ​ໄວ ​ເພື່ອ​​ແນ​ໃສ່​ມຸ້ງ​ໄປ​ເຖິງ​ແຜນການ​ມອບ​ໂອນ​ປະຊາທິປະ​ໄຕ ຢູ່ ຊີຣີ ຢ່າງ​ສະດວກ​ສະບາຍ.