ປະທານສະມາຄົມເຊັກໂກ-ຫວຽດນາມຄັດຄ້ານຖ້ອຍທຳນອງຜິດພາດກ່ຽວກັບສະພາບທະເລຕາເວັນອອກ

Chia sẻ
ຫວ່າງ​​ແລ້ວ​ນີ້, ໜັງສືພິມ​ລາຍວັນ​ Halo Noviny ຂອງ ​ເຊັກ​ໂກ ​ໄດ້​ລົງ​ພິມ​ບົດ​ສະ​ແດງ​​ໃຫ້​ເຫັນ​ທັດສະນະ​ຜິດພາດ​ຂອງ ຈີນ ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ ພາຍຫຼັງ​ຄຳ​ຕັດ​ສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ (PCA) ຢູ່ ລາ​​ໄຮ (ປະ​ເທດ ​ໂຮ​ນລັງ)...
ປະທານສະມາຄົມເຊັກໂກ-ຫວຽດນາມຄັດຄ້ານຖ້ອຍທຳນອງຜິດພາດກ່ຽວກັບສະພາບທະເລຕາເວັນອອກ - ảnh 1
ທ່ານ Marcel Winter, ປະທານ​ສະມາຄົມ ​ເຊັກ​ໂກ - ຫວຽດນາມ
(ພາບປະກອບຈາກ: baotintuc.com)

(vovworld) – ​ຫວ່າງ​​ແລ້ວ​ນີ້, ໜັງສືພິມ​ລາຍວັນ​ Halo Noviny ຂອງ ​ເຊັກ​ໂກ ​ໄດ້​ລົງ​ພິມ​ບົດ​ສະ​ແດງ​​ໃຫ້​ເຫັນ​ທັດສະນະ​ຜິດພາດ​ຂອງ ຈີນ ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ ພາຍຫຼັງ​ຄຳ​ຕັດ​ສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ (PCA) ຢູ່ ລາ​​ໄຮ (ປະ​ເທດ ​ໂຮ​ນລັງ) ທີ່​ປະຕິ​ເສດຖະ​ແຫຼ​ງການອະທິປະ​ໄຕ​ຢ່າງ​ໄຮ​້​ເຫດຜົນ​ຂອງ ຈີນ ຢູ່​ບັນດາ​ເຂດ​ທະ​ເລນ​ອນ​ໃນ “​ເສັ້ນ 9 ຕອນ”. ​ໃນ​ທັນທີ, ທ່ານ Marcel Winter, ປະທານ​ສະມາຄົມ ​ເຊັກ​ໂກ - ຫວຽດນາມ, ​ໄດ້​ມີ​ບົດ​ປະຕິ​ເສດ​ທີ່​ຂຽນ​ລົງ​ໃນ​ແວບ​ໄຊ​ຂອງ​ສະມາຄົມ. ທ່ານ Marcel Winter ຖື​ວ່າ: ບົດ​ຂຽນ​ໃນ​ໜັງ​ສື​ພິມ Halo Noviny ສະ​ແດງ​ທັດສະນະ​ຂາດ​ພາວະ​ວິ​ໄສ ​ແລະ ບໍ່​ມີ​ຫຼັກ​ຖານ​ຂອງ​ຝ່າຍ ຈີນ, ກຳນົດ​ທິດດ້ານ​ດຽວ ​ແລະ ປະຕິ​ເສດ​ລັກສະນະ​ຊອບ​ທຳຂອງ​ຄຳ​ຕັດສິນ​ດັ່ງກ່າວ. ຕາມ​ທ່ານ Marcel Winter ​ແລ້ວ, ຍ້ອນ ຫວຽດນາມ, ຟີ​ລິບ​ປິນ, ມາ​ເລ​ເຊຍ ຢາກ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ທາງ​ການ​ທູດ, ຫາ​ກບໍ່​ແມ່ນ​ດ້ວຍ​ມາດ​ຕະການ​ການ​ທະຫານ, ດັ່ງ​ນັ້ນ​ຈຶ່ງ​ມີ​ກໍ​ລະ​ນີຟ້ອງ​ຮ້ອງ ຈີນ ຢູ່​ສານ PCA. ທ່ານ Marcel Winter ຊີ້​ແຈ້ງວ່າ: ​ເລື່ອງ​ຢັ້ງຢືນ​ທັດສະນະ​ທີ່ຖື​ວ່າ​ບັນດາ​ປະ​ເທດ​ບໍ່​ໄດ້​ຟ້ອງ​ຮ້ອງ​ຢູ່ ສານ PCA ​ຖ້າ​ຫາກ ຈີນ ບໍ່​ຕົກ​ລົງ​ແມ່ນ​ສິ່ງ​ທີ່​ໄຮ​້​ເຫດຜົນ ທ່ານ​ເນັ້ນ​ໜັກ​ວ່າ: ບັນດາ​ປະ​ເທດ​ມີ​ອະທິປະ​ໄຕ​ລ້ວນ​ແຕ່​ສາມາດ​ຟ້ອງ​ຮ້ອງ ຈີນ ຢູ່​ສານ​ສາກົນ​ໄດ້ ຍ້ອນ​​ບັນດາ​ປະ​ເທດ​ເລົ່າ​ນັ້ນ​ບໍ່​ແມ່ນ​ປະ​ເທດ​ຫົວ​ເມືອງ​ຂຶ້ນ​ຂອງ ຈີນ. ຕາ​ມທ່ານ​ Marcel Winter  ​ແລ້ວ, ຫຼາຍ​ປະ​ເທດ​ໃນ​ນັ້ນ​ມີ ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ​ໄດ້ຄັດຄ້ານ​ເລື່ອງ ຈີນ ມີ​ບັນດາການ​ກະທຳ​ດ້ານ​ການ​ທະ​ຫານ​ຕາມ​ແນວ​ຄິດ​ແຜ່​ຂະຫຍາຍ​ສິດ​ອຳນາດ ​ແລະ ກໍ່ສ້າງ​ບັນດາ​ເກາະ​ທຽ​ມຢູ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ສ່ວນ​ທ່ານ Marcel Winter  ​ໄດ້ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ວ່າ​ທ່ານ​ຈະສືບ​ຕໍ່ສະໜັບສະໜູນ​ບັນດາ​ຖະ​ແຫຼ​ງການອະທິປະ​​ໄຕ​ອັນ​ຊອບ​ທຳ ​ແລະ ​ເປັນ​ທຳ​ຂອງ ຫວຽດນາມ ຢູ່​​ທະ​ເລ​ຕາ​ເວັນ​ອອກ.