ປ​ະ​ທານ​​ສະ​ມັດ​ຊາ​ໃຫຍ່ຄັ້ງ​ທີ 41 ຂອງ UNESCO ​ຕີ​ລາ​ຄາ​ສູງ​ຕໍ່​ການກັບ​​ຄືນ​ຂອງ ຫວຽດ​ນາມ ໃນ​ສະ​ພາ​ບໍ​ລິ​ຫານ

Chia sẻ
(VOVWORLD) -ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາບໍລິຫານອົງການ UNESCO ອາຍຸການ 2021 – 2025 ດ້ວຍຈຳນວນບັດສະໜັບສະໜູນສູງ ເຊິ່ງບັນລຸເກືອບ 92%, ຢືນອັນດັບທີ 6 ໃນຈຳນວນ 27 ປະເທດໄດ້ຮັບການເລືອກຕັ້ງ.
ປ​ະ​ທານ​​ສະ​ມັດ​ຊາ​ໃຫຍ່ຄັ້ງ​ທີ 41 ຂອງ UNESCO ​ຕີ​ລາ​ຄາ​ສູງ​ຕໍ່​ການກັບ​​ຄືນ​ຂອງ ຫວຽດ​ນາມ ໃນ​ສະ​ພາ​ບໍ​ລິ​ຫານ - ảnh 1ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 41 ຂອງ UNESCO (ພາບ: ນັກຂ່າວ VOV ປະຈຳ ປາຣີ)

   ວັນທີ 24 ພະຈິກ, ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 41 ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ອັດລົງພາຍຫຼັງເຮັດວຽກມາເປັນເວລາ 2 ອາທິດ. ໃນວາລະປະຊຸມຄັ້ງນີ້, ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາບໍລິຫານອົງການ UNESCO ອາຍຸການ 2021 – 2025 ດ້ວຍຈຳນວນບັດສະໜັບສະໜູນສູງ ເຊິ່ງບັນລຸເກືອບ 92%, ຢືນອັນດັບທີ 6 ໃນຈຳນວນ 27 ປະເທດໄດ້ຮັບການເລືອກຕັ້ງ.

        ສຳລັບໝາກຜົນທີ່ບັນລຸໄດ້ນັ້ນ, ໃນການຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ພາຍຫຼັງສິ້ນສຸດວາລະປະຊຸມ, ທ່ານ Irazabal Mourao ປະທານອົງການ UNESCO ຊຸດທີ 41 ຢັ້ງຢືນວ່າ ເລື່ອງ ຫວຽດນາມ ເປັນສະມາຊິກສະພາບໍລິຫານຂອງອົງການ UNESCO ຊຸດທີ 41 ຄັ້ງທີ 5 ນັ້ນ ໄດ້ເຮັດໃຫ້ ສະມັດຊາໃຫຍ່ ມີຄວາມອຸດົມສົມບູນກ່ຽວກັບທາງດ້ານວັດທະນະທຳ, ປະຫວັດສາດ ແລະ ມູມມອງທີ່ແຕກຕ່າງກັນຂອງສັງຄົມ.

        ສຳລັບ UNESCO, ຄວາມເປັນຫຼາຍຮູບຫຼາຍແບບຂອງວັດທະນະທຳ, ແນວຄິດ ແລະ ການໂຕ້ວາທີຄັ້ງຕ່າງໆ ແມ່ນພື້ນຖານແກ່ການພັດທະນາ. ດ້ວຍມູມມອງສະເພາະຂອງ ຫວຽດນາມ ແນ່ນອນວ່າ ຈະເຮັດໃຫ້ການໂຕ້ວາທີ ກໍຄື ການສັງເກດ ແລະ ວິທີການແກ້ໄຂທີ່ຈະນຳມາສະເໜີໃນເວທີຕ່າງໆຂອງອົງການ UNESCO ມີຄວາມອຸດົມສົມບູນກວ່າເກົ່າ.

ຕອບກັບ