ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ຫວຽດນາມ - ອີຣານ ຮ່ວມແຮງຮ່ວມໃຈປັບປຸງບັນດາການເຊື່ອມຕໍ່

Chia sẻ
(VOVWORLD) -  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ແບ່ງປັນເລື່ອງລາວກ່ຽວກັບຜົນສຳເລັດຂອງ ຫວຽດນາມ ແລະ ເນັ້ນໜັກບົດຮຽນຕົ້ນຕໍ່ທີ່ຖອດຖອນມາໄດ້ຈາກພຶດຕິກຳຕົວຈິງ. ນັ້ນແມ່ນຢຶດໝັ້ນບົດບາດນຳພາຂອງພັກ 
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ຫວຽດນາມ - ອີຣານ ຮ່ວມແຮງຮ່ວມໃຈປັບປຸງບັນດາການເຊື່ອມຕໍ່ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ
(ພາບ:VOV)

ໂດຍສືບຕໍ່ການຢ້ຽມຢາມ ອີຣານ ຢ່າງເປັນທາງການຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ອີຣານ Mohammad Beqer Qalibaf, ຕອນບ່າຍວັນທີ 9 ສິງຫາ, ຢູ່ສະຖານບັນຄົ້ນຄ້ວາການເມືອງ ແລະ ການພົວພັນສາກົນ, ກະຊວງການຕ່າງປະເທດ ອີຣານ ຢູ່ນະຄອນຫຼວງ ເຕເຮຣານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ມີບົດຄຳເຫັນກ່ຽວກັບບັນດານະໂຍບາຍສຳຄັນຂອງ ຫວຽດນາມ ຕໍ່ບັນດານັກຮຽນຮູ້, ນັກຄົ້ນຄ້ວາ, ບັນດາເອກອັກຄະລັດຖະທູດ ອີຣານ ທີ່ເຄີຍເຄື່ອນໄຫວຢູ່ບັນດາປະເທດໃນໂລກ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ແບ່ງປັນເລື່ອງລາວກ່ຽວກັບຜົນສຳເລັດຂອງ ຫວຽດນາມ ແລະ ເນັ້ນໜັກບົດຮຽນຕົ້ນຕໍ່ທີ່ຖອດຖອນມາໄດ້ຈາກພຶດຕິກຳຕົວຈິງ. ນັ້ນແມ່ນຢຶດໝັ້ນບົດບາດນຳພາຂອງພັກ, ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ ດ້ວຍສົນໃຈ ຖືປະຊາຊົນເປັນກົກ, ຖືຄວາມອິ່ມໜຳສຳລານຂອງປະຊາຊົນແມ່ນເປົ້າໝາຍສູງສຸດ. ທ່ານກ່າວວ່າ:

        “ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ ຫວຽດນາມ ສ້າງ “ສັງຄົມທີ່ມີປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ຍຸຕິທຳ, ສິວິໄລ; ໂດຍປະຊາຊົນເປັນເຈົ້າ”. ລັດແຫ່ງອຳນາດກົດໝາຍ ຫວຽດນາມ ເປັນຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ເປີດກ້ວາງການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນໂລກ. ທຸກນະໂຍບາຍຂອງພັກ, ສະພາແຫ່ງຊາດ, ລັດຖະບານ ລ້ວນແຕ່ຖືປະຊາຊົນ ແລະ ວິສາຫະກິດ ເປັນໃຈກາງ. ດ້ວຍແນວທາງຢ່າງຖືກຕ້ອງທີ່ປະຊາຊົນ, ວິສາຫະກິດສະໜັບສະໜູນນັ້ນ, ການເຄື່ອນໄຫວທີ່ມີຫົວຄິດປະດິດສ້າງ ໄດ້ສ້າງກຳລັງໜູນຢ່າງແຮງໃຫ້ແກ່ ຫວຽດນາມ ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ, ພວມພັດທະນາຢ່າງວ່ອງໄວ ແລະ ຍືນຍົງເທື່ອລະກ້າວ”.

        ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ອີຣານ, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກ: ກ່ຽວກັບອະນາຄົດແຫ່ງສັນຕິພາບ ແລະ ການພັດທະນາດ້ວຍວິໄສທັດ 50 ປີຈະມາເຖິງ ໃຫ້ແກ່ການພົວພັນລະຫວ່າງສອງປະເທດ; ສະເໜີໃຫ້ ຫວຽດນາມ  ແລະ ອີຣານ ພ້ອມກັນຮ່ວມແຮງຮ່ວມໃຈປັບປຸງບັນດາການເຊື່ອມຕໍ່, ນັ້ນແມ່ນເຊື່ອມຕໍ່ກົນໄກໂອ້ລົມສົນທະນາ, ການຮ່ວມມື ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ເສີມຂະຫຍາຍບັນດາກົນໄກຮ່ວມມືລັດຖະສະພາ, ຄະນະກຳມະການລະວຫວ່າງລັດຖະບານ, ຫາລືຄວາມເຫັນດ້ານການເມືອງຢ່າງມີປະສິດທິຜົນ. ໄປຄຽງຄູ່ກັນນັ້ນ, ສອງປະເທດຄວນເຊື່ອມຕໍ່ກ່ຽວກັບການຄ້າ - ການລົງທຶນ; ການເຊື່ອມຕໍ່ກ່ຽວກັບມະນຸດ ແລະ ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ:

        “ສອງປະເທດຄວນເຊື່ອມຕໍ່ດີຈີຕອນ, ວິທະຍາສາດເຕັກໂນໂລຊີ ແລະ ຄົມມະນາຄົມ, ນີ້ທັງເປັນທິດທາງ, ທັງເປັນມາດຕະການໃຫ້ແກ່ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນອະນາຄົດ. ໃນໂລກປະຈຸບັນ, ການເຊື່ອມຕໍ່ດີຈີຕອນ ແລະ ວິທະຍາສາດເຕັກໂນໂລຊີ ໄດ້ລົບລ້າງຮົ້ວຂີດຂວາງ, ນຳມາເຊິ່ງມູນຄ່າເພີ່ມທີ່ສູງໃຫ້ແກ່ສອງປະເທດໃນຫຼາຍຂົງເຂດ. ການປະຕິວັດ 4.0 ຈະສ້າງຫຼາຍກາລະໂອກາດພັດທະນາໃຫ້ແກ່ທັງ ຫວຽດນາມ ແລະ ອີຣານ”.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເປັນສັກຂີພິຍານພິທີລົງນາມສັນຍາ, ບົດບັນທຶກຊ່ວຍຈຳໃນຂົງເຂດຕ່າງໆ, ຄື: ການໜູນຊ່ວຍດ້ານນິຕິກຳ ກ່ຽວກັບຄະດີອາຍາ; ກິລາ; ກະສິກຳ ແລະ ການສົ່ງເສີມການຄ້າ.

        ແລະກໍ່ໃນວັນທີ 9 ສິງຫາ, ຢູ່ສູນວັດທະນະທຳນະຄອນ ເຕເຮຣານ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີໄຂ ສັບປະດາ ວັດທະນະທຳ ຫວຽດນາມ ຢູ່ ອີຣານ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຣານ (1973 – 2023) ແລະ ຕັດແຖບຜ້າໄຂງານວາງສະແດງພາບຖ່າຍກ່ຽວກັບການພົວພັນສອງຝ່າຍ ຫວຽດນາມ - ອີຣານ.

ຕອບກັບ