ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຮັດວຽກກັບການນຳແຂວງ ຢາລາຍ

Chia sẻ
(VOVWORLD) - ແຂວງຢາລາຍ ຕ້ອງມີການກຳນົດທິດພື້ນຖານເພື່ອລົງທຶນປະຕິບັດຈາກເລື່ອງທີ່ຍາກທີ່ສຸດຄື: ອັດຕາຄອບຄົວທຸກຍາກຍັງສູງຢູ່, ຍູ້ແຮງວຽກງານສ້າງຊົນນະບົດໃໝ່, ດຶງດູດບັນດາແຫຼ່ງເງິນລົງທຶນໃຫ້ຫຼາຍກ່ວາອີກ.
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຮັດວຽກກັບການນຳແຂວງ ຢາລາຍ - ảnh 1ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ 

ໃນຂອບເຂດການເຮັດວຽກຢູ່ບັນດາແຂວງທາງທິດໃຕ້ພາກກາງ ແລະ ເຂດໄຕງວຽນ, ຕອນບ່າຍວັນທີ 19 ມີນາ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ພ້ອມກັບຄະນະປະຕິບັດງານຂອງສະພາແຫ່ງຊາດໄດ້ມີການເຮັດວຽກກັບການນຳຄະນະພັກແຂວງ ຢາລາຍ. ກ່າວຄຳເຫັນຊີ້ນຳທີ່ການເຮັດວຽກ, ທ່ານນາງປະທານສະພາແຫ່ງຊາດເນັ້ນໜັກວ່າ: ແຂວງຢາລາຍ ຕ້ອງມີການກຳນົດທິດພື້ນຖານເພື່ອລົງທຶນປະຕິບັດຈາກເລື່ອງທີ່ຍາກທີ່ສຸດຄື: ອັດຕາຄອບຄົວທຸກຍາກຍັງສູງຢູ່, ຍູ້ແຮງວຽກງານສ້າງຊົນນະບົດໃໝ່, ດຶງດູດບັນດາແຫຼ່ງເງິນລົງທຶນໃຫ້ຫຼາຍກ່ວາອີກ, ເພີ່ມຜະລິດຕະພັນກະເສດເພື່ອສົ່ງອອກໝາກໄມ້ປະເພດຕ່າງໆ. ຄຽງຄູ່ກັນນັ້ນ, ຢາລາຍ ຄວນຮ່ວມສຳພັນກັບແຂວງກອມຕູມເພື່ອພັດພັດທະນາການທ່ອງທ່ຽວຢູ່ ເຂດໄຕງວຽນ. ທ່ານນາງປະທານສະພາແຫ່ງຊາດເນັ້ນໜັກວ່າ:

        ຖ້າຢາກພັດທະນາການທ່ອງທ່ຽວນັ້ນຕ້ອງມີການຄົມມະນາຄົມທີ່ເຊື່ອມຕໍ່. ແຂວງຢາລາຍ  ແລະ ກອມຕູມແມ່ນນອນໃນອະນຸພາກພື້ນທາງທິດເໜືອ ຂອງເຂດໄຕງວຽນ, ດັ່ງນັ້ນຄວນສຸມໃສ່ພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ.

ຕອບກັບ