ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ (ພາບປະກອບ) (vovworld) – ວັນທີ 21/7, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ນຳໜ້າ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ໄປຢ້ຽມຢາມ ສ ເກົາຫຼີ ແລະ ສາທາລະນະລັດ ສະຫະພາບ ມຽນມາ ຢ່າງເປັນທາງການແຕ່ວັນທີ 21 – 26/7/2013, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ສ ເກົາຫຼີ Kang Chang Hee ແລະ ປະທານສະພາສູງ ທັງເປັນປະທານສະພາແຫ່ງຊາດ ສາທາລະນະລັດ ສະຫະພາບ ມຽນມາ Khin Ang Min. ການຢ້ຽມຢາມ ສ ເກົາຫຼີ, ມຽນມາ ຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຄັ້ງນີ້ ແນໃສ່ຜັນຂະຫຍາຍການເຄື່ອນໄຫວການທູດລັດຖະສະພາຂອງສະພາແຫ່ງຊາດ ຫວຽດນາມ, ປະກອບສ່ວນປະຕິບັດແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອງມູນິດ ຫວຽດນາມ, ພ້ອມທັງຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການພົວພັນກັບ 2 ປະເທດດັ່ງກ່າວ. ການຢ້ຽມຢາມກໍ່ປະກອບສ່ວນຮັກສາທ່າພັດທະນາການພົວພັນ, ພິເສດແມ່ນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ກັບ ສ ເກົາຫຼີ ແລະ ມຽນມາ, ລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດ ສ ເກົາຫຼີ ແລະ ມຽນມາ ຕາມທິດໝັ້ນຄົງ, ແທດຈິງ ແລະ ມີປະສິທິຜົນ. ຜ່ານການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຍົກສູງທີ່ຕັ້ງ, ບົດບາດຂອງ ຫວຽດນາມ ບົນເວທີສາກົນ ແລະ ຊຸກຍູ້ການເຊື່ອມໂຍງກັບພາກພື້ນ ແລະ ສາກົນຂອງ ຫວຽດນາມ. Từ khóa: ສ ເກົາຫຼີ ສະພາແຫ່ງຊາດ ມຽນມາ
ກອງປະຊຸມສັນຕິພາບ ສຳລັບ ຢູແກຼນ: ທັດສະນະຂອງບັນດາປະເທດກ່ຽວກັບການເຂົ້າຮ່ວມຂອງ ລັດເຊຍ ໃນການເຈລະຈາ ສັນຕິພາບ
ອາທິດເຮັດວຽກທີ 4, ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV: ສຸມໃສ່ວຽກງານນິຕິບັນຍັດ ດ້ວຍຮ່າງກົດໝາຍສຳຄັນຫຼາຍສະບັບ