ປະທານປະເທດເຈືອງ ເຕິນຊາງພົບປະກັບ ນັກຮົບເກົ່າ 3 ພາກ

Chia sẻ
(vovworld) –​​​​​ຕອນ​ບ່າຍ​ວັນ​ທີ 9/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ​ ​ໄດ້​ມີ​ການພົບ​ປະ​ກັບ​ຄະນະ​ຜູ້​ແທນນັກຮົບ​​ເກົ່າກຳລັງ​ປະກອບ​ອາວຸດ​ຊຳນານ​ຮົບ 3 ພາກ.

ປະທານປະເທດເຈືອງ ເຕິນຊາງພົບປະກັບ ນັກຮົບເກົ່າ 3 ພາກ - ảnh 1

 (ພາບ: vietnamplus.vn )

(vovworld) –​​​​​ຕອນ​ບ່າຍ​ວັນ​ທີ 9/10, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ​ ​ໄດ້​ມີ​ການພົບ​ປະ​ກັບ​ຄະນະ​ຜູ້​ແທນນັກຮົບ​​ເກົ່າກຳລັງ​ປະກອບ​ອາວຸດ​ຊຳນານ​ຮົບ 3 ພາກ. ນີ້​ແມ່ນ​ບັນດາ​ນັກຮົບ​ເກົ່າ​ຕາງໜ້າ​ໃຫ້​ກອງພັນ​ໃຫ່ຍນະຄອນຫຼວງ​ວິລະ​ຊົນ, ກຳລັງ​ພິ​ເສດ​ດ່າ​ນັງ, ກຳລັງ​ພິ​ເສດ​ໄຊ​ງອນ-​ຢາ​ດິ້ງ ​ແລະ ນັກຮົບ​ເກົ່າ​ກອງ​ພົນທະຫານ​ປະຈັນບານ 308 ພາກ​ໃຕ້, ຊື່​ງ​ແມ່ນ​ບັນດາ​ກົມ​ກອງຕົ້ນຕໍ​ສ້າງ​ບັນດາ​ວິລະ​ກຳ​ອັນ​ສະຫງ່າ​ອົງອາດ​ໃນ​ພາລະກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ເສລີພາບ​ໃຫ້​ແກ່​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ປະ​ເທດ​ຊາດ​ຍາດ​ໄດ້​ບັນດາ​ຜົນງານ​ອັນ​ໃຫ່ຍຫຼວງ ​ແຕ່​ຍັງ​ມີ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ ​ແລະ ທ່ານ​ປາດ​ຖະໜາ​ວ່າ ບັນດາ​ຜູ້​ແທນ​ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ພ້ອມ​ທັງ​ສຶກສາ​ອົບຮົມ​ມູນ​ເຊື້ອ ​ແລະ ຍ້ອງ​ຍໍ​ແບບຢ່າງ​ດີ​ເດັ່ນ​ໃຫ້​ລຸ້ນໜຸ່ມ​ປະຕິບັດ​ຕາມ./.