ປະທານປະເທດຕ້ອນຮັບ ເອກອັກຄະລັດຖະທູດ ບຣາຊິນ

Chia sẻ
(vovworld) –​​ຕອນ​ບ່າຍ​ວັນ​ທີ 15/8, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Vitoria Alice Cleaver ​ເອກ​ອັກຄະ​ລັດຖະທູດ​ບຣາຊິນ ມາ​ເຂົ້າຢ້ຽມ​ອຳ​ລາ​ໃນ​ໂອກາດ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ງານ​ຢູ່​ຫວຽດນາມ.

ປະທານປະເທດຕ້ອນຮັບ ເອກອັກຄະລັດຖະທູດ ບຣາຊິນ - ảnh 1

ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ

 (ພາບ: dantri.com.vn )

(vovworld) –​​ຕອນ​ບ່າຍ​ວັນ​ທີ 15/8, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Vitoria Alice Cleaver ​ເອກ​ອັກຄະ​ລັດຖະທູດ​ບຣາຊິນ ມາ​ເຂົ້າຢ້ຽມ​ອຳ​ລາ​ໃນ​ໂອກາດ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ງານ​ຢູ່​ຫວຽດນາມ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ຊື່​ງທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ບັນລຸ​ໄດ້​ໃນ​ອາຍຸ​ການ​ປະຕິບັດ​ງານ​ຂອງ​ຕົນ ຊື່​ງ​ໄດ້​ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ບຣາຊິນ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ​ກໍ່​ຖືການພົວພັນ​ຮ່ວມ​ມື​ກັບ​ບາຣາຊິນ ​ເປັນ​ສຳຄັນ ​ແລະ ຖື​ວ່າ, ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ມີ​ບັນດາ​ຄວາມ​ຄຶບໜ້າ​ອັນຕັ້ງໜ້າ. ທ່ານ​ເນັ້ນນັກ​ວ່າ, ສອງ​ຝ່າຍ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຮ່ວມ​ມື​ຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ດ້ວຍ​ເລື່ອງ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015, ນີ້​ຈະ​ແມ່ນ​ໂອກາດ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ສອງ​ປະ​ເທດ, 2 ຂົງ​ເຂດ​ອາ​ຊຽນ ​ແລະ Mecosur. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ສະ​ເໜີ​ຕ້ອງ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ, ວັດທະນະທຳ, ການທ່ອງທ່ຽວ​ເພື່ອ​ເປີດ​ກ້ວາງຄວາມ​ເຂົ້າອົກ​ເຂົ້າ​ໃຈ​ລະຫວ່າງ ປຊຊ 2 ປະ​ເທດ. ທ່ານ​ຫວັງ​ວ່າ, ​ເຖິງ​ວ່າ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ຈະ​ຢູ່​ໃສ, ​ໃນ​ຖານະ​ຕຳ​ແໜ່​ງ​ໃດ​, ທ່ານ​ນາງ​ກໍ່​ຈະ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ການ​ພົວພັນ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-​ບຣາຊິນ./.