ປະທານປະເທດຈີນຢ້ຽມຢາມອາຣັບບີຊາອຸດິ,ອີຢິບ,ອີຣານ

Chia sẻ
ວັນ​ທີ 19/1, ທ່ານ​ປະທານ​ປະ​ເທດ ​ຈີນ ສື່​ຈີນ​ຜິ​ງ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ ປັກ​ກິ່ງ ປະຕິບັດ​ບັນດາ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ປະ​ເທດ ອາຣັບບີ ຊາ​ອຸ​ດິ, ອີ​ຢິບ ​ແລະ ອີຣານ
ປະທານປະເທດຈີນຢ້ຽມຢາມອາຣັບບີຊາອຸດິ,ອີຢິບ,ອີຣານ - ảnh 1
ປະທານປະເທດ ຈີນ ສື່ຈີນຜິງ
(ພາບ: SCMP)

(vovworld) –  ວັນ​ທີ 19/1, ທ່ານ​ປະທານ​ປະ​ເທດ ​ຈີນ ສື່​ຈີນ​ຜິ​ງ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ ປັກ​ກິ່ງ ປະຕິບັດ​ບັນດາ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ປະ​ເທດ ອາຣັບບີ ຊາ​ອຸ​ດິ, ອີ​ຢິບ ​ແລະ ອີຣານ. ການ​ຢ້ຽມຢາມ​ຂອງ​ທ່ານ ສື່​ຈີນຜິ​ງ ​ໄດ້​ປະຕິບັດ​ຕາມ​ຄຳ​ເຊີນ​ຂອງມະຫາ​ກະສັດ ອາຣັບບີ ຊາ​ອຸ​ດິ Salman bin Abdukaziz Al Saud, ທ່ານ​ປະທານາທິບໍດີ ອີ​ຢິບ Abdel – Fattah al – Sisi ​ແລະ ປະທານາທິບໍດີ ອີຣານ Hassan Rouhani. ຢູ່​ນະຄອນຫຼວງ ກາຍ​ໂຣ (ປະ​ເທດ ອີ​ຢິບ), ທ່ານ ສື່​ຈີນ​ຜິ​ງ ຈະ​ໄປ​ຢ​້ຽມຢາມ​ສຳນັກງານ​ຂອງ​ສະຫະພັນ ອາຣັບ (AL). ກ່ອນ​ການ​ຢ້ຽມຢາມ​ຂອງ​ທ່ານ ສື​່ຈີນ​ຜິ​ງ, ລັດຖະບານ ຈີນ ​ໄດ້​ພິມ​ຈຳໜ່າຍ​ປື້​ມຫົວ​ໜຶ່ງ​ກ່ຽວ​ກັບ ອາຣັບ, ​ເຊິ່ງ​ໃນ​ນັ້ນ​ໄດ້​ສະຫລຸບ​ກາ​ນພັດທະນາ​ລະຫວ່າງ ຈີນ - ອາຣັບ, ​ໃນ​ນັ້ນ​ຊີ້​ແຈ້ງ​ວ່າ: ເຂດ​ນີ້​ມີ​ຄວາມ​ສຳຄັນດ້ານ​ຍຸດ​ທະ​ສາດ​ສຳລັບ ປັກ​ກິ່ງ. ​ເອກະສານ​ດັ່ງກ່າ​ວຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ຂອງ ຈີນ ທີ່​ມີ​ຕໍ່​ສັນຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ, ຊອກ​ຮູ້​ມາດ​ຕະການ​ການ​ເມືອງ​ໃຫ້​ແກ່​ບັນດາ​ບັນຫາ​ເຄັ່ງຮ້ອນ​ຢູ່​ພາກ​ພື້ນ.