ປະທານປະເທດ ເຈືອງເຕີ້ນຊາງລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ

Chia sẻ
(vovworld)- ວັນ​ທີ 14/10, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ເມືອງ 1 ​ແລະ ​ເມືອງ 3 ....
ປະທານປະເທດ ເຈືອງເຕີ້ນຊາງລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ - ảnh 1
່ທານປະທານປະເທດຫວຽດນາມເຈືອງເຕີ້ນຊາງລົງພົບປະ
ກັບຜູ້ມີສິດເລືອກຕັ້ງ ນະຄອນໂຮ່ຈິມິນ

(vovworld)- ວັນ​ທີ 14/10, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ເມືອງ 1 ​ແລະ ​ເມືອງ 3 ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ທີ່​ການ​ພົບ​ປະ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຊົມ​ເຊີຍ ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ຈະ​ປຶກສາ​ຫາລື​ບັນດາ​ເນື້ອ​ໃນທີ່​ສຳຄັນ​ໃຫ້​ແກ່​ການ​ສ້າງ​ກົງຈັກ​ລັດ​ໃຫ້​ສົມບູນ​ແບບ ​ແລະ ຕີລາຄາສະພາບ​ເສດຖະກິດ​ສັງຄົມ​ແນ​ໃສ່​ຊອກ​ຫາ​ວິທີ​ການ​ພັດທະນາ​ໃຫ້​ຊຸມ​ປີ​ຕໍ່ໆ​ໄປ.

            ​ເມື່ອ​ແລກປ່ຽນ​ກັບ ຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວ​ກັບ ສະພາບ​ການ​ພັດທະນາ ເສດຖະກິດ​ສັງຄົມ​, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ເນັ້ນ​ໜັກ​ວ່າ ພັກ, ລັດ​ພວມ​ຕັດສິນ​ໃຈ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ. ສຳລັບ​ການ​ຕ້ານ​ໄພ​ສໍ້ລາດ​ບັງ​ຫຼວງ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ຢືນຢັນ​ວ່າ : ວຽກ​ງານນີ້ ຍາມ​ໃດ​ກໍ​​ແມ່ນ​ໜ້າ​ທີ່​ສຳຄັນ​ພິ​ເສດ, ​ແຕ່​ໝາກຜົນ​ທີ່​ບັນລຸ​ໄດ້ ​ແມ່ນ​ຍັງ​ບໍ່​ສາມາດ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ທີ່​ວາງ​ອອກ, ຕ້ອງ​ປະຕິບັດ​ໃຫ້​ດີກ​ວ່າ​ເກົ່າ.