ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ຊາວໜຸ່ມກຸ່ມວິສາຫະກິດ ສູນກາງ

Chia sẻ
(vovworld) –   ຕອນ​ບ່າຍ​ວັນ​ທີ 27/05, ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບຄະນະຜູ້​ແທນຊາວ​ໜຸ່ມ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ປະຕິບັດ​ຕາມ​ຄຳ​ສັ່ງ​ສອນຂອງ​ລຸງ​ໂຮ່.
ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບ ຊາວໜຸ່ມກຸ່ມວິສາຫະກິດ ສູນກາງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ)

(vovworld) –   ຕອນ​ບ່າຍ​ວັນ​ທີ 27/05, ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບຄະນະຜູ້​ແທນຊາວ​ໜຸ່ມ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ປະຕິບັດ​ຕາມ​ຄຳ​ສັ່ງ​ສອນຂອງ​ລຸງ​ໂຮ່. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ປາດ​ຖະໜາ​ວ່າ ບັນດາ​ຜູ້​ແທນ​ຊາວ​ໜຸ່ມ​ສືບ​ຕໍ່​ມີ​ບັນດາ​ການ​ປະກອບສ່ວນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​ເຖິງ​ຍຸດ​ທະ​ສາດ​ທະ​ເລ​ຂອງ​ຫວຽດນາມ. ທ່ານ​ປະທານ​ປະ​ເທ​ດ ​ເຈືອງ​ເຕີນ​ຊາງ ​ເຊື່ອ​ໝັ້ນ​ວ່າ ຜູ້​ແທນ 60 ຄົນທີ່​ຕາງໜ້າ​ໃຫ້​ມູນ​ເຊື້ອ 60 ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູ ຈະ​ເສີ​ມຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ​ຂອງ​ຊາດ, ສືບ​ທອດນ້ຳ​ໃຈ​ອົງອາດ​ກ້າຫານໃຫ້​ຊາວ​ໜຸ່ມ​ທົ່ວ​ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ຊາວ​ໜຸ່ມ ລຸນ​ໃດ​ກໍ່​ແມ່ນ​ເສົ້າ​ຄ້ຳ​ຂອງ​ປະ​ເທດຊາດ, ​ເພາະສະ​ນັ້ນ, ກຳລັງ​ຊາວ​ໜຸ່ມ​ຕ້ອງ​ນຳ​ໜ້າ ​ເປັນ​ແບບຢ່າງ​ພ້ອມ​ກັບ​ທົ່ວ​ປະ​ເທດ​ເສີມ​ຂະຫຍາຍ​ຈິດ​ໃຈ​ປະຈັນບານ, ຫັນ​​ເປັນກຳລັງ​ແຮງ​ດ້ານວັດຖຸ… ​ເພື່ອສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ​ສົມ​ເປັນ​ບັນດາ​ເຈົ້າ​ຂອງ​ປະ​ເທດ​ຊາດໃນ​ອະນາຄົດ.