ປະທານປະເທດ ເຈີນດ້າຍກວາງ ເຈລະຈາກັບນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina

Chia sẻ
(VOVWORLD) -ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ບັງກະລາເທດ, ຕອນເຊົ້າວັນທີ 5 ມີນາ, ຕາມເວລາທ້ອງຖິ່ນ, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ບັງກະລາເທດທີ່ນະຄອນຫຼວງ Dhaka, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina.
ປະທານປະເທດ ເຈີນດ້າຍກວາງ ເຈລະຈາກັບນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina - ảnh 1

ປະທານປະເທດ ເຈີນດ້າຍກວາງ ເຈລະຈາກັບນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina

     ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ສະແດງຄວາມພາກພູມໃຈ ແລະ ຕື້ນຕັນໃຈຕໍ່ໜ້າການຕ້ອນຮັບຢ່າງອົບອຸ່ນຊຶ່ງລັດ ແລະ ປະຊາຊົນບັງກະລາເທດ ໄດ້ສະຫງວນໃຫ້ແກ່ຄະນະຜູ້ແທນຂັ້ນສູງຫວຽດນາມ. ທ່ານນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina ເຊື່ອໝັ້ນວ່າ ການຢ້ຽມຢາມຂອງ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຈະເປີດກາລະໂອກາດເພື່ອນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່.

     ການນຳ 2 ປະເທດຖືວ່າ 2 ປະເທດ ລ້ວນແຕ່ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນດ້ວຍຈຳນວນປະຊາກອນຫຼາຍ, ກຳລັງແຮງງານໜຸ່ມ ແລະ ປະຊາຄົມວິສາຫະກິດທີ່ຂະຫຍັນຂັນເຄື່ອນ, ແມ່ນປະຕູໄຂອອກສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້, ດັ່ງນັ້ນ 2 ຝ່າຍຄວນຊຸກຍູ້ບັນດາທ່າໄດ້ປຽບນີ້ເພື່ອນຳມາເຊິ່ງໝາກຜົນແຫ່ງການຮ່ວມມືທີ່ແທດຈິງ. 2 ຝ່າຍຕີລາຄາສູງການຄ້າ 2 ຝ່າຍໄດ້ບັນລຸລະດັບເຕີບໂຕສູງ, ບັນລຸເກືອບ 900 ລ້ານ USD ໃນປີ 2017 ແລະ ເຫັນດີເປັນເອກະສັນສູ້ຊົນເພີີ່ມວົງເງິນນີ້ຂຶ້ນທົບ 2 ເທົ່າ ໃນປີ 2020.

     2 ຝ່າຍໄດ້ແລກປ່ຽນກ່ຽວກັບຄວາມສາມາດຮ່ວມມືໃນຂະແໜງຕ່ຳແຜ່ນຕັດຫຍິບ, ຜະລິດເກີບໜັງ, ປຸງແຕ່ງອາຫານ, ຢຸກຢາ, ຊຸກຍູ້ການເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina ໝັ້ນໝາຍຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຫວຽດນາມເປີດກ້ວາງການລົງທຶນເຂົ້າສູ່ບັງກະລາເທດ.

    ພາຍຫຼັງການເຈລະຈາ, ຜູ້ນຳທັງສອງໄດ້ມີການປະຊຸມກັບນັກຂ່າວ.      ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່າວວ່າ :

  “ ກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ພວກຂ້າພະເຈົ້າເຫັນດີສົງ່ເສີມບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ວິສາຫະກິດຂອງ 2 ປະເທດ ຈົ່ງຄົ້ນຄ້ວາຂຸດຄົ້ນ ຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບ, ນຳສະເໜີບັນດາມາດຕະການລະອຽດ, ແນໃສ່ນຳວົງເງິນການຄ້າ 2 ສົ້ນບັນລຸລະດັບສູງກ່ວາ ແລະ ເພີ່ມທະວີການລົງທຶນລະຫວ່າງ 2 ຝ່າຍ. ພວກຂ້າພະເຈົ້າເຫັນດີສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເພດສິນຄ້າທີີ່ມີທ່າແຮງຂອງແຕ່ລະຝ່າຍ, ຄົ້ນຄ້ວາເປີດກ້ວາງການຮ່ວມມືໄປສູ່ບາງຂົງເຂດອື່ນໆທີ່ມີຄວາມສາມາດບົ່ມຊ້ອນ ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ປະຊາຄົມວິສາຫະກິດໄດ້ພົວພັນແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານອີກດ້ວຍ ”. 

ຕອບກັບ