ປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ASOSAI ຄັ້ງທີ 14

Chia sẻ
(VOVWORLD) -ຕອນບ່າຍວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດອາຊີ (ASOSAI) ຄັ້ງທີ 14
ປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ASOSAI ຄັ້ງທີ 14 - ảnh 1 ປະທານປະເທດຫວຽດນາມ ເຈີນດ້າຍກວາງ ຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ASOSAI ຄັ້ງທີ 14

ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ຕີລາຄາສູງບົດບາດທີ່ນັບມື້ນັບສຳຄັນຂອງບັນດາອົງການກວດສອບສູງສຸດໃນການພັດທະນາແບບຍືນຍົງຂອງບັນດາປະເທດ ແລະ ພາກພື້ນໂດຍຜ່ານການຕິດຕາມກວດກາການເຄື່ອນໄຫວຄຸ້ມຄອງ, ນຳໃຊ້ແຫຼ່ງກຳລັງ, ປະກອບສ່ວນຍົກສູງປະສິດທິຜົນການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ສະເໜີວ່າ :

   “ ຂ້າພະເຈົ້າຫວັງວ່າອົງການບັນດາສຳນັກງານກວດສອບສູງສຸດອາຊີ ແລະ  ສາກົນກໍຄືບັນດາອົງການພາຄີ ຈົ່ງຍູ້ແຮງ ແລະ ປະຕິບັດບັນດາຂໍ້ລິເລີ່ມ ແລະ ວິທີການແກ້ໄຂມຸ່ງໄປສູ່ພື້ນຖານການເງິນສາທາລະນະໃຫ້ເປັນປົກກະຕິ ແລະ ຍືນຍົງ. ຊຸກຍູ້ການປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງໂດຍຜ່ານບັນດາຂໍ້ລິເລີ່ມກ່ຽວກັບການກວດສອບສິ່ງແວດລ້ອມ. ຊ່ວຍໜູນອົງການກວດສອບແຫ່ງລັດຫວຽດນາມສືບຕໍ່ປະຕິບັດພາລະໜ້າທີ່ເປັນຢ່າງດີ, ພ້ອມທັງເຮັດສຳເລັດພາລະບົດເປັນປະທານອົງການບັນດາສຳນັກງານກວດສອບສູງສຸດອາຊີອາຍຸການ 2018-2021  ”

ຕອບກັບ