ປະທານປະເທດ ຫງວຽນຊວັນຟຸກ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຢູ່ນະຄອນ ໂຮ່ຈີມິນ

Chia sẻ
(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສູນກາງແນະນຳອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV ຢູ່ນະຄອນ ໂຮ່ຈີມິນ.
ປະທານປະເທດ ຫງວຽນຊວັນຟຸກ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຢູ່ນະຄອນ ໂຮ່ຈີມິນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ

  ວັນທີ 23 ເມສາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີມອບໂອນສຳເນົາເອກະສານ ແລະ ບັນຊີລາຍຊື່ຜູ້ມີມາດຕະຖານຢ່າງຄົບຖ້ວນ ທີ່ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ຜູ້ແທນສະພາປະຊາຊົນນະຄອນອາຍຸການ 2021 – 2026. ຕາມນັ້ນແລ້ວ, ສູນກາງໄດ້ແນະນຳທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV ຢູ່ນະຄອນ ໂຮ່ຈີມິນ.

        ນອກຈາກບັນຊີລາຍຊື່ຜູ້ອອກສະໝັກ 13 ທ່ານໂດຍສູນກາງແນະນຳເປັນສະມາຊິກສະພາແຫ່ງຊາດຊຸດທີ XV ຢູ່ນະຄອນ ໂຮ່ຈີມິນ ແລ້ວ, ຍັງມີ 37 ທ່ານໂດຍກອງປະຊຸມເຈລະຈາສະເໜີຢູ່ນະຄອນ ໂຮ່ຈີມິນ. ສະນັ້ນ, ຍອດຈຳນວນຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຢູ່ນະຄອນ ໂຮ່ຈີມິນ ແມ່ນ 50 ທ່ານ, ຜູ້ມີສິດເລືອກຕັ້ງ ຈະເລືອກເອົາສະມາຊິກສະພາແຫ່ງຊາດຊຸດທີ XV ຈຳນວນ 30 ທ່ານ.

ຕອບກັບ