ປະທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ສົ່ງຈົດ​ໝາຍ​ອວຍ​ພອນເນື່ອງ​ໃນ​ໂອ​ກາ​ດ​ວັນ​ຄູ​​ແຫ່ງ​ຊາດຫວຽດ​ນາມ 20 ພະ​ຈິກ

Chia sẻ
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນຄູແຫ່ງຊາດ ຫວຽດນາມ (20 ພະຈິກ 1982 – 20 ພະຈິກ 2022), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ກໍ່ສົ່ງຈົດໝາຍອວຍພອນຄູອາຈານ, ພະນັກງານຄຸ້ມຄອງ, ລັດຖະກອນຂະແໜງການສຶກສາ ທຸກຖ້ວນໜ້າ.
ປະທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ສົ່ງຈົດ​ໝາຍ​ອວຍ​ພອນເນື່ອງ​ໃນ​ໂອ​ກາ​ດ​ວັນ​ຄູ​​ແຫ່ງ​ຊາດຫວຽດ​ນາມ 20 ພະ​ຈິກ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ 

ໃນຈົດໝາຍ, ທ່ານປະທານປະເທດ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມ ແລະ ໝາກຜົນ ເຊິ່ງຂະແໜງການສຶກສາບັນລຸໄດ້ໃນໄລຍະຜ່ານມາ; ສະແດງຄວາມຮູ້ບຸນຄຸນຕໍ່ຄູອາຈານ, ພະນັກງານຄຸ້ມຄອງ, ລັດຖະກອນຂະແໜງການສຶກສາ. ໂດຍເນັ້ນໜັກວ່າ ໃນໄລຍະປັດຈຸບັນ, ການສຶກສາ ຫວຽດນາມ ພວມຢຶນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ ແລະ ຮຽກຮ້ອງກຳລັງຄວາມສາມາດ, ຄຸນທາດ ແລະ ບຸກຄະລິກຂອງຄູອາຈານສູງກ່ວາ, ທ່ານປະທານປະເທດຫວັງວ່າ ບັນດາຄູອາຈານ ຈະສຸດຈິດສຸດໃຈອຸທິດສ່ວນໃຫ້ແກ່ພາລະກິດແຫ່ງການສຶກສາຂອງປະເທດຊາດ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ທົ່ວສັງຄົມຮ່ວມແຮງຮ່ວມໃຈ ກັບຂະແໜງສຶກສາ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ບົດຜ່ອງ ຍົກລະດັບຂະແໜງການສຶກສາ ຫວຽດນາມ, ປະຕິບັດຄວາມຄາດຫວັງ ກໍ່ສ້າງປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ.

ຕອບກັບ