ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງ ເໝິນໂອ້ລົມສົນທະນາກັບສາສະນິກະຊົນສາສະໜາຮ່ວາຮ໋າວ

Chia sẻ
(VOVWORLD) -ໃນຕອນບ່າຍວັນທີ 20 ມິຖຸນາ, ທ່ານ ເຈິ່ນແທັງເໝິນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເປັນປະທານ ໃນການພົບປະ, ໂອ້ລົມກັບຄະນະບໍລິຫານງານສູນກາງສະມາຄົມພຸດທະສາສະໜາ ຮ່ວາຮ໋າວ, ບັນດາຜູ້ມີຕໍາແໜ່ງໜ້າທີ່ວຽກງານ ແລະ ສາສະນິກະຊົນສາສະໜາຮ່ວາຮ໋າວ. ຢູ່ມືອງ ຝູເຕິນ, ແຂວງ ອານຢາງ.
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງ ເໝິນໂອ້ລົມສົນທະນາກັບສາສະນິກະຊົນສາສະໜາຮ່ວາຮ໋າວ - ảnh 1ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ

ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXVN)

ກ່າວຄຳເຫັນທີ່ການພົບປະ, ໂອ້ລົມດັ່ງກ່າວ, ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ຊີ້ແຈ້ງວ່າໃນຊຸມປີຜ່ານມາ,  ຄະນະບໍລິຫານງານສູນກາງສະມາຄົມພຸດທະສາສະໜາ ຮ່ວາຮ໋າວ ແລະ ພໍ່ແມ່ປະຊາຊົນທີ່ຖືສາສະໜາຮວ່າຮ໋າວ ໄດ້ຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດເປັນຢ່າງດີ; ມີຄວາມສາມັກຄີກັບປະຊາຊົນທຸກຊັ້ນວັນນະ: ຕັ້ງໜ້າ ຕອບສະໜອງບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາຂະບວນການຕ່າງໆ ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມປຸກລະດົມ, ພິເສດແມ່ນໃນວຽກງານສັງຄົມກຸສົນສົງເຄາະ. ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າດ້ວຍຄວາມປາດຖະໜາຢາກຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ທຸກຊັ້ນຄົນ, ໃນກອງປະຊຸມພົບປະກັບ ຄະນະບໍລິຫານງານສູນກາງ ສະມາຄົມພຸດທະສາສະໜາ ຮວ່າຮ໋າວ ແລະ ພໍ່ແມ່ປະຊາຊົນທີ່ຖືສາສະໜາ ຮ່ວາຮ໋າວ, ທ່ານໄດ້ຮັບເອົາບັນດາຄຳເຫັນຈາກນໍ້າໃສໃຈຈິງ, ກົງໄປກົງມາ ຕໍ່ກັບບັນດາຄຳຖາມທີ່ ພົວພັນໂດຍກົງກັບກັບການດຳລົງຊີວິດຂອງພໍ່ແມ່ປະຊາຊົນ, ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ມີມູມມອງຫຼາຍທິດຕື່ມອີກກ່ຽວກັບການດຳລົງຊີວິດ ແລະ ຈຸດດີງາມໃນການດຳເນີນຊີວິດປະຈໍາວັນ ຂອງພໍ່ແມ່ນປະຊາຊົນທີ່ຖືສາສະໜາ ຮ່ວາຮ໋າວ./.

ຕອບກັບ