ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ສິງກະໂປ

Chia sẻ
(vovworld) - ທ່ານປະທານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຢ້ຽມຢາມ​ບໍລິສັດ​ນ້ຳມັນ​ອ້າຍ​ແກັດ Petrolimex Singapore ​ແລະ ບໍລິສັດ (FPT) ອາຊີ - ປາຊີ​ຟິກ ຢູ່​ສິງກະ​ໂປ
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ສິງກະໂປ - ảnh 1
ທ່ານປະທານ ຫງວຽນ​ທ້ຽນ​ເຍີນ ພົບ​ປະກັບ​ພະນັກງານ,
ພາລະ​ກອນສະຖານທູດຫວຽດນາມ ປະຈຳສິງກະໂປ

(ພາບ:TTXVN)

(vovworld) - ວັນ​ທີ 30/03, ຄະນະ​ຜູ້​ແທນ​ຂັ້ນ​ສູງຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໂດຍ​ທ່ານ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ນຳ​ໜ້າ, ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສິງກະ​​ໂປ ​ແຕ່​ວັນ​ທີ 27 – 30/03. ກ່​ອນທີ່​ເດີນທາງ​ກັບ​ເມືອ​ປະ​ເທດ, ທ່ານປະທານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຢ້ຽມຢາມ​ບໍລິສັດ​ນ້ຳມັນ​ອ້າຍ​ແກັດ Petrolimex Singapore ​ແລະ ບໍລິສັດ (FPT) ອາຊີ - ປາຊີ​ຟິກ ຢູ່​ສິງກະ​ໂປ, ​ເຊິ່ງ​​ແມ່ນ​ວິ​ສາ​ຫະກິດ 2 ​ແຫ່ງ​ທີ່​ດຳ​ເນີນ​ທຸລະ​ກິດ​ບັນລຸ​ປະສິດທິ​ຜົນ​ທີ່​ສຸດ.

        ກ່ອນ​ໜ້ານັ້ນ, ວັນ​ທີ 29/03, ທີ່​ການ​ພົບ​ປະກັບ​ພະນັກງານ, ພາລະ​ກອນສະຖານທູດຫວຽດນາມ, ບັນ​ດາ​ອົງການ​ຕາງໜ້າ​ຫວຽດນາມ  ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ສິງກະ​ໂປ, ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ສິງກະ​ໂປ ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງ​ປະຊາ​ຄົມ “ສາມັກຄີ, ພູມ​ປັນຍາ, ຮັກ​ຊາດ, ມິດຕະພາບ, ​ສຳ​ເລດຜົນ”.