ພາຍຫຼັງອົງການການຄ້າໂລກ (WTO) ຖະແຫຼງວ່າ ບັນດາການກະທຳຈັດວາງອັຕາພາສີຂອງອາເມລິກາ ຕໍ່ສິນຄ້າຂອງຈີນ ແມ່ນ “ບໍ່ເໝາະສົມ” ກັບບັນດາຂໍ້ກຳນົດການຄ້າທົ່ວໂລກ, ກະຊວງການຄ້າຈີນ ໄດ້ຕີລາຄາວ່າ, ຂໍ້ຕົກລົງຂອງ WTO ແມ່ນພາວະວິໄສ ແລະ ຖືກຕ້ອງ. ຈີນ ຫວັງວ່າ, ອາເມລິກາ ຈະເຄົາລົບຄຳຕັດສິນຂອງ WTO ແລະ ລະບອບການຄ້າຫຼາຍຝ່າຍກັບບັນດາຫຼັກການທີ່ເປັນພື້ນຖານ, ນຳໃຊ້ບັນດາການກະທຳຕົວຈິງ, ພ້ອມກັບຈີນ ແລະ ບັນດາສະມາຊິກອື່ນຂອງ WTO ປົກປັກຮັກສາລະບອບການຄ້າຫຼາຍຝ່າຍ, ຊຸກຍູ້ເສດຖະກິດໂລກໃຫ້ພັດທະນາແບບຍືນຍົງ, ໂປ່ງໃສ.