ປະຊາຊົນປະກອບຄວາມເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ

Chia sẻ
(vovworld) – ​​ໂດຍ​ສືບ​ຕໍ່​ການ​ປະກອບຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ບັນດາ​ຄວາມ​ເຫັນ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ
ປະຊາຊົນປະກອບຄວາມເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ12ຂອງພັກ - ảnh 1
(ພາບປະກອບ)

(vovworld) – ​​ໂດຍ​ສືບ​ຕໍ່​ການ​ປະກອບຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ບັນດາ​ຄວາມ​ເຫັນ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ ຖື​ວ່າ: ສືບ​ຕໍ່​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ສັງຄົມ​ນິຍົມ ​ໂດຍ​ພັກ​ນຳພາ ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ການ​ປ່ຽນ​ໃໝ່​ລະບົບການ​ເມືອງ​ໃນ​ອະ​ຍຸ​ການຈະມາ​ເຖິງ.

        ທ່ານພັນ​ເອກ ຫງວຽນ​ຕ໋ຽນຢຸງ, ຮອງ​ຜູ້ອຳນວຍການ​ໂຮງໝໍ​ເສນາ​ຮັກ 354 ຖື​ວ່າ: ​ເພື່ອ​ສ້າງ​ລັດ​ແຫ່ງອຳນາດ​ນິຕິບັນຍັດ ສັງຄົມ​ນິຍົມ​ໃຫ້​ສົມ​ບຸນ​ແບບ ຕ້ອງ​ຍູ້​ແຮງ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ພິ​ເສດ ​ແມ່ນ​ບັນດາ​ພະນັກງານ​ການ​ນຳ ບັນດາຜູ້​ທີ່ປົກ​ປ້ອງ​ກົດໝາຍຕ້ອງ​ແມ່ນ​ຄົນ​ທີ່​ມີ​ຄວາມ​ສາມາດ, ມີ​ຄຸນສົມບັດ. ທ່ານ ຫງວຽນ​ຕ໋ຽນຢຸງ ​ໃຫ້​ຮູ້​ວ່າ:

        “ກຸນ​ແຈ​ຂອງ​ລັດ​ແຫ່ງອຳນາດ​ນິຕິບັນຍັດ​ແມ່ນ​ລັດ​ນີ້ ລວມມີ​ບັນດາ​ຜູ້​​​ເກັ່ງ​ກ້າສາ​ມາດທີ່​ສຸດ, ມີ​ຄຸນສົມ​ບັດ, ຈຶ່ງສາມາດ​ສ້າງລັດ​ແຫ່ງອຳນາດ​ນິຕິບັນຍັດ​ໄດ້. ພ້ອມ​ກັບ​ການ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ເຮັດ​ໃຫ້​ມີ​ຄວາມ​ກະຈ່າງ​ແຈ້ງ ນັ້ນ​ ພວກ​ເຮົາ​ຕ້ອງ​ປະຕິບັດວຽກ​ງານ​ບຸກຄະລາ​ກອນ​ໃຫ້​ດີ, ​ເຊິ່ງກຸນ​ແຈ​ຂອງ​ວຽກ​ງານ​ຈັດ​ຕັ້ງ, ບຸກຄະລາ​ກອນ ​ແມ່ນ​ກົງຈັກ​ລັດຕ້ອງ​ມີ​ຄົນ​ທີ່​ມີ​ຄວາມ​ສາມາດ, ມີ​ຄຸນສົມບັດ ຈຶ່ງ​ແມ່ນ​ລັດແຫ່ງອຳນາດ​ນິຕິບັນຍັດ​ໄດ້.

        ສ່ວນທ່ານ​ເຈີ່ນ​ຮ່ວາງ​ທ໋າມ, ອະດີດ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຖື​ວ່າ:

        “ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 12 ຈະ​ມາ​ເຖິງ, ພັກ​ຕ້ອງ​ປ່ຽນ​ໃໝ່​ລະບົບການ​ເມືອງ, ປ່ຽນ​ໃໝ່​ລະບົບ​ແຫ່ງລັດ. ດຽວ​ນີ້ ຕ້ອງ​ວາງ​ບັນຫາ​ເສດຖະກິດ​ແມ່ນ​ໃຈກາງ, ກໍ່ສ້າງ​ພັກ​ແມ່ນ​ກຸນ​ແຈ, ​ຕາມ​ຂ້າພະ​ເຈົ້າ​ແລ້ວ ຕ້ອງ​ນຳ​ຄວາມ​ສຳນຶກ​ລະບົບ​ການ​ເມືອງ​​ເຂົ້າໃນ​ເງື່ອນ​ໄຂ​ໃໝ່. ຕາມ​ນັ້ນ, ກຳນົດ​ຕາມທິດພັກ​ນຳພາ, ລະບົບ​ການ​ເມືອງ​ມີໜ້າ​ທີ່​ກໍ່ສ້າງ, ພ້ອມ​ທັງ​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​​ສັງຄົມນິຍົມ, ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ”.

        ມີ​ຫລາຍຄວາມ​ເຫັນ​ກໍ່ລ້ວນ​ແຕ່​ຖື​ວ່າ: ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ຮັບປະກັນ​ສະພາ​ແຫ່ງ​ຊາດ​ແມ່ນ​ອົງການ​ຜູ້​ຕາງໜ້າ​ສູງ​ສຸດ​ຂອງ​ປະຊາຊົນ​ຢ່າງ​ແທດ​ຈິງ.