ປະຊາຊົນຕ້ອງໄດ້ຊົມໃຊ້ບັນດາຜົນງານສຸດຂອງຂະແໜງການຢາ

Chia sẻ
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຄົ້ນຄ້ວາລະອຽດ, ຮັບເອົາບັນດາຂໍ້ກຳນົດໃນຮ່າງກົດໝາຍທີ່ກ່ຽວຂ້ອງ ເຖິງການປະຕິບັດຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນ...
ປະຊາຊົນຕ້ອງໄດ້ຊົມໃຊ້ບັນດາຜົນງານສຸດຂອງຂະແໜງການຢາ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນຮົ່ງຮ່າ
(ພາບ:VOV)

ການຄຸ້ມຄອງຂະແໜງການຢາຕາມຕະຫຼາດ, ຮັບປະກັນຄວາມໂປ່ງໃສ, ກະຈ່າງແຈ້ງ, ມີການຄວບຄຸມຄຸນນະພາບທີ່ປອດໄພ, ລາຄາຖືກທີ່ສຸດ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນຮົ່ງຮ່າ ທີ່ກອງປະຊຸມຮັບຟັງບົດລາຍງານກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຢາຈັດຂຶ້ນໃນຕອນບ່າຍວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຄົ້ນຄ້ວາລະອຽດ, ຮັບເອົາບັນດາຂໍ້ກຳນົດໃນຮ່າງກົດໝາຍທີ່ກ່ຽວຂ້ອງ ເຖິງການປະຕິບັດຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນ, ບັນດາກົດໝາຍສະເພາະຂະແໜງກ່ຽວກັບການລົງທຶນ, ການຄຸ້ມຄອງລາຄາ,ໂຄສະນາ, ສິດຜົນປະໂຫຍດຂອງວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດຢ່າງຄົບຖ້ວນ:

          “ຫວຽດນາມ ເລືອກເຟັ້ນຂົງເຂດປາຍແຫຼມໃດເພື່ອພັດທະນາໃນຂະແໜງອຸດສາຫະກຳການຢາ. ຂ້າພະເຈົ້າຫວັງຢາກໃຫ້ຂະແໜງການຢາຫັນຍຸດທະສາດກ່ຽວກັບການພັດທະນາການຢາຊີວະພາບເປັນລະອຽດ, ຕ້ອງບຸລິມະສິດລົງທຶນໃນຂົງເຂດນີ້. ຂ້າພະເຈົ້າສະເໜີຕ້ອງມີນະໂຍບາຍເພື່ອພັດທະນາຂະແໜງການຢາການແພດ, ນຳໃຊ້ບັນດາເຕັກໂນໂລຊີແຢນ, ບັນດາເຕັກໂນໂລຊີຈຸລັງ ເພື່ອຜະລິດຢາທີ່ມີຄຸນຄ່າໃນລະບົບການສະໜອງ ແລະ ພວກເຮົາຄວນບຸລິມະສິດບັນດາວິສາຫະກິດທີ່ມີທ່າແຮງນີ້ ແລະ ຕ້ອງມີນະໂຍບາຍໄປນຳ”.       

ຕອບກັບ