ປະຊາຄົມສາກົນສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງຈີນກໍ່ຄວາມເຄັ່ງຕຶງຢ່າງລຽນຕິດຢູ່ທະເລຕາເວັນອອກ.

Chia sẻ
(vovworld)- ວັນ​ທີ 9/5, ສະຫະພາບ​ເອີ​ລົບ (EU) ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ ​ແລະ ຈະ​ຕິດຕາມ​ຢ່າງ​ໃກ້ຊິດ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

(vovworld)- ວັນ​ທີ 9/5, ສະຫະພາບ​ເອີ​ລົບ (EU) ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ ​ແລະ ຈະ​ຕິດຕາມ​ຢ່າງ​ໃກ້ຊິດ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ Sebastien Brabant, ຮອງ​ໂຄສົກ​ຂອງ​ ຂ້າ​ຫລວງ​ໃຫຍ່ ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ ສະຫະພາບ​ເອີ​ລົບ​ຢືນຢັນ​ວ່າ: EU ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ບັນດາ​ເຫດການ​ທີ່​ກ່ຽວ​ຂ້ອງ​ເຖິງ​ຝ່າຍ​ຈີນ ​ແລະ ຫວຽດນາມ ກ່ຽວ​ກັບ​ການເຄື່ອນ​ໄຫວ​ຂອງ​ຮ້ານ​ເຈາະ​ນ້ຳມັນ​ຂອງ​ຈີນ.

“ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ກ່ຽວ​ຂ້ອງ ຈົ່ງ​ຊອກ​ຫາ​ມາດ​ຕະການ​ສັນຕິ ​ແລະ ການ​ຮ່ວມ​ມື​ສອດ​ຄອ່ງກັບ​ກົດໝາຍ​ສາກົນ, ພິ​ເສດ ​ແມ່ນ​ສອດ​ຄອ່ງກັບ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ ກໍ​ຄື​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ສືບ​ຕໍ່​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ​້​ແກ່​ກຳ​ປັ່ນ​ໄປມາ​ຢ່າງ​ເສລີ. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ ປະຕິບັດ​ບັນດາ​ມາດ​ຕະການ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແລະ ບໍ່​ໃຫ້​ເກີດການ​ກະທຳຕາມ​ລຳພັງ​ຝ່າຍ​ດຽວ​ທີ່​ອາດ​ຈະ​ນາບ​ຂູ່​ເຖິງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.”

ທີ່​ກອງ​ປະຊຸມ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ກະກຽມ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 24 ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ ດຳ​ເນີນ​ໄປ​ໃນ​ວັນ​ທີ 9/5,ບັນດາ​ປະ​ເທດ ອາ​ຊຽນ ລ້ວນ​ແຕ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ ຕໍ່ຫນ້າ​ສະພາບ​ການ​ສັນ​ສົນ​ປະຈຸ​ບັນ, ສົ່ງ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ.

ປະຊາຄົມສາກົນສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງຈີນກໍ່ຄວາມເຄັ່ງຕຶງຢ່າງລຽນຕິດຢູ່ທະເລຕາເວັນອອກ. - ảnh 1
ບົດນຳໃນຫນ້າເວັບ Asahi Shimbun ຂອງຍີ່ປຸ່ນຄັດຄ້ານຈີນ
ພາບ:xahoi.com.vn

​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວຫວຽດນາມ, ​ໂຄສົກ​ຂອງ​ເລຂາທິການ​ໃຫຍ່ ສປຊ, ທ່ານ Farhan Haq ​ໄດ້​ຢືນຢັນ​ວ່າ: ທ່ານ ​ເລຂາທິການ​ໃຫຍ່ ສປຊ Ban Ki moon ສະ​ແດງ​ຄວາ​ມວິຕົກ​ກັງວົນ​ກ່ຽວ​ກັບ​ສະພາບ​ການ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ລະຫວ່າງ ຈີນ ​ແລະ ຫວຽດນາມ​ໃນ​ຊຸມ​ມື້​ຜ່ານ​ມາ.  ທ່ານ Ban Ki Moon ​ເລັ່ງລັດ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ ຈົ່ງ​ລະ​ງັບ​ໃຈ ​ແລະ ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ, ຜ່ານ​ການ​ເຈລະຈາ ​ແລະ ສອດ​ຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ ມີ ກົດ​ບັດ ສປຊ.

​ໃນ​ວັນ​ດຽວກັນ, ກະຊວງ​ການ​ຕ່າງປະ​ເທດ ອິນ​ເດຍ ອອກ​ຖະ​ແຫລ​ງການ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ການ​ຜັນ​ແປ່​ຢ່າງ​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ກຸ່ມ​ສະມາຊິກ​ສະພາ​ສູງ ຂອງ​ພັກສາ​ທາ​ລະນະ ​ແລະ ພັກ ປະຊາທິປະ​ໄຕ ຂຶ້ນ​ກັບ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ສູງ ອາ​ເມ​ລິ​ກາ ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ ຄັດຄ້ານ​ເລື່ອງ​ຈີນ ມີ​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງ​ຢ່າງ​ລຽນຕິດ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

​ໃນ​ຂະນະ​ນັ້ນ, ວົງ​ການ​ນັກຮຽນ​ຮູ້​ສາກົນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ການ​ກະທຳ​ຂອງ​ຈີນ​ແມ່ນ​ໄປ​ຝືນ​ກັບ​ກົດໝາຍ​ສາກົນ ​ແລະ ມີ​ຈຸດປະສົງ​ດ້ານ​ການ​ເມືອງ. ທ່ານ Taylor Fravel, ສາດສະດາຈານ ການ​ເມືອງ​ວິທະຍາ ອາ​ເມ​ລິ​ກາ, ຊື່​ງ​ແມ່ນ​ຜູ້​ຊ່ຽວຊານ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ບັນດາ​ບັນຫາ​ຜືນ​ແຜນ​ດິນ​ຂອງ​ຈີນ ຖື​ວ່າ: ຖ້າ​ພິຈາລະນາ​ດ້ານ​ເສດຖະກິດ, ບໍ່ມີ​ຫລັກ​ຖານ​ພິສູດ​ໃຫ້​ເຫັນ​ວ່າ ​ເຂດ​ທີ່​ຈີນ​ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ ມີ​ປະລິມານ hydrocarbon ​ໃຫຍ່​ຫລວງ. ສ່ວນ​ສາດສະດາ Kumao Kaneko, ຜູ້ອຳນວຍການ​ສະ​ຖາ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ພະລັງງານ​ຂອງ​ຍີ່ປຸ່ນ ຖື​ວ່າ: ​ເລື່ອງ​ຈີນ ຮຽກຮ້ອງ​ຕ້ອງການ​ສິດຜົນປະ​ໂຫຍ​ດ​ເກືອບ​ທັງ​ໝົດ​ທະ​ເລ​ຕາ​ເວັນ​ອອກ ​ແລະ ນັບ​ທັງ​ທະ​ເລ​ ຮວາ​ຕຸ​ງ ​ແມ່ນ​ສິ່ງ​ທີ່​ຍາກ​ຮັບ​ຮູ້​ໄດ້.