ປະຊາຄົມສາກົນ ຄວນຄັດຄ້ານຢ່າງແຮງຕໍ່ກັບການກະທໍາກໍ່ຄວາມເຄັ່ງຕຶງປິນຂັ້ນໄດຢູ່ທະເລຕາເວັນອອກ

Chia sẻ
(VOVWORLD) -      ນັກຂ່າວ ສໍານັກຂ່າວສານຫວຽດນາມ ປະຈໍາ Praha ໄດ້ຄັດສະເໜີຄໍາເຫັນຂອງນັກຊ່ຽວຊານ ເຊັກໂກ ບາງທ່ານ ໂດຍຖືວ່າ: ປະຊາຄົມສາກົນຄວນຄັດຄ້ານຢ່າງແຮງ ເພື່ອສະກັດກັ້ນບັນດາການກະທໍາກໍ່ຄວາມເຄັ່່ງຕຶງປິນຂັ້ນໄດ ແລະ ຂົ່່ມເຫັງຂອງ ຈີນ ຢູ່ທະເລຕາເວັນອອກ. ຂໍ້ສັງເກດດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງກຸ່ມກໍ່າປັ່ນສໍາຫຼວດ ໄຮ້ຢາງ 8 ຂອງ ຈີນ ກັບຄືນມາ ແລະ ສືບຕໍ່ລະເມີດເຂດເສດຖະກິດຈໍາເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ຢ່າງຮ້າຍແຮງ.
ປະຊາຄົມສາກົນ ຄວນຄັດຄ້ານຢ່າງແຮງຕໍ່ກັບການກະທໍາກໍ່ຄວາມເຄັ່ງຕຶງປິນຂັ້ນໄດຢູ່ທະເລຕາເວັນອອກ - ảnh 1 (ພາບປະກອບ: TTXVN)

        ນັກຂ່າວ Alex Svamberg, ນັກຊ່ຽວຊານວິເຄາະບັນດາບັນຫາຄວາມໝັ້ນຄົງສາກົນ ສັງກັດອົງການໜັງສືພິມ Novinky.cz ຂອງ ເຊັກໂກ ຖືວ່າ ເລື່ອງ ຈີນ ຈັດສົ່ງກໍ່າປັ່ນສໍາຫຼວດໄຮ້ຢາງ 8 ພ້ອມກັບກໍ່າປັ່ນປ້ອງກັນເຂົ້າໄປເຂດເສດຖະກິດຈໍາເພາະຂອງຫວຽດນາມຢູ່ເຂດບ໊າຍຕືຈິ໊ງນັ້ນ ແມ່ນການກະທໍາ ກໍ່ຄວາມເຄັ່ງຕຶງ ຂອງຈີນຢູ່ທະເລຕາເວັນອອກ, ແມ່ນການກະທໍາລະເມີດກົດໝາຍສາກົນ, ໂດຍສະເພາະແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ກໍ່ຜົນກະທົບບໍ່ດີຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ. ປະຊາຄົມສາກົນບໍ່ຮັບຮອງເກາະທຽມຕ່າງໆ ເຊິ່ງ ຈີນກໍ່ສ້າງຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ. ນັກຂ່າວ ເຊັກໂກ ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ເດັດດ່ຽວຕໍ່ສູ້, ສະກັດກັ້ນບັນດາການກະທໍາຂົ່ມເຫັງຂອງ ຈີນ ຢູ່ໄຫຼ່ທະວີບ. ຫວຽດນາມ ບໍ່ຖືກຢູ່ໂດດດ່ຽວໃນບັນຫາທະເລຕາເວັນອອກ ເພາະວ່າ ດ້ວຍນະໂນບາຍຫັນການຕ່າງປະເທດເປັນຫຼາຍຝ່າຍ ແລະ ການພົວພັນສາກົນເປັນຫຼາຍຮູບຫຼາຍແບບນັ້ນ, ຫວຽດນາມ ຈະໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນ, ໂດຍສະເພາະແມ່ນ ອາຊຽນ ແລະ ບັນດາປະເທດທີ່ມີໜ້າທີ່ ແລະ ມີສຽງເວົ້າສໍາຄັນໃນເວທີສາກົນຄື ອາເມລິກາ, ລັດເຊຍ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ, ຝລັ່ງ, ອັງກິດ...

        ສ່ວນຕາມ ທ່ານ Jant Hornat ເຊິ່ງເປັນນັກຊ່ຽວຊານ ສັງກັດສະຖາບັນພົວພັນສາກົນ ກະຊວງການຕ່າງປະເທດ ເຊັກໂກ ຖືວ່າ ທະເລຕາເວັນອອກມີຄວາມໝາຍສໍາຄັນສໍາລັບ ສະຫະພາບເອີຣົບ (ອີຢູ) ບໍ່ພຽງແຕ່ໃນແງ່ມູມຄວາມໝັ້ນຄົງ ແລະ ເສດຖະກິດເທົ່ານັ້ນ ຫາກຍັງໃນແງ່ມູນ “ເຂດທະເລເປີດ ແລະ ເສລີ” ອີກດ້ວຍ. ຈີນ ບໍ່ມີພື້ນຖານດ້ານນິຕິກໍາ ເພື່ອຮຽກຮ້ອງອະທິປະໄຕ “ເສັ້ນລີ້ນງົວ”. ເດືອນ ກໍລະກົດ 2016, ສານສາກົນ (PCA) ຢູ່ ລາໄຮ ປະເທດ ໂຮນລັງ ໄດ້ຕັດສິນກ່ຽວກັບການຟ້ອງຮ້ອງຂອງ ຟີລິບປິນ ແລ້ວ, ໃນນັ້ນ ໄດ້ປະຕິເສດຄໍາຮຽກສິດຂອງ ຈີນກ່ຽວກັບເຂດທີ່ໄດ້ເອີ້ນວ່າ “ເສັ້ນລີ້ນງົວ”.

        ໃນຂະນະນັ້ນ, ວັນທີ 28 ສິງຫາ, ສະຫະພາບເອີຣົບ (ອີຢູ) ໄດ້ເອົາແຈ້ງການລົງໃນເວັບໄຊທາງການຂອງຕົນ ໂດຍຊີ້ແຈ້ງທັດສະນະກ່ຽວກັບສະພາບການຢູ່ທະເລຕາເວັນອອກໃນໄລຍະຫວ່າງມໍ່ໆມານີ້ວ່າ “ບັນດາການກະທໍາຕາມພຽງລໍາພັງຝ່າຍດຽວຢູ່ທະເລຕາເວັນອອກໃນຊຸມອາທິດຜ່ານມາ ໄດ້ເຮັດໃຫ້ຄວາມເຄັ່່ງຕຶງເພີ່ມຂຶ້ນ ແລະ ກໍ່ຜົນສະທ້ອນເຖິງສະພາບແວດລ້ອມຄວາມໝັ້ນຄົງໃນການເດີນເຮືອ, ແມ່ນໄພນາບຂູ່ທີ່ຮ້າຍແຮງສໍາລັບສັນຕິພາບ ແລະ ການພັດທະນາເສດຖະກິດຂອງພາກພື້ນ”. ຕາມ ອີຢູ ແລ້ວ, ບັນດາຝ່າຍໃນພາກພື້ນທັງໝົດ ຄວນອົດກັ້ນ ແລະ ມີບາດກ້າວເດີນຢ່າງລະອຽດ ເພື່ອມຸ່ງໄປເຖິງການຟຶ້ນຟູສະພາບການໃຫ້ຢູ່ໃນສະພາບເດີມ, ຄວບຄຸມການຫັນເປັນການທະຫານໃນພາກພື້ນ ແລະ ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ ແລະ ສອດຄ່ອງກັບກົດໝາຍສາກົນ. 

ຕອບກັບ