ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຊ່ວຍປະຊາຊົນເຂດຖືກໄພທຳມະຊາດ

Chia sẻ
(VOVWORLD) - ແນໃສ່ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພນ້ຳຖ້ວມເພື່ອກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ
ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຊ່ວຍປະຊາຊົນເຂດຖືກໄພທຳມະຊາດ - ảnh 1 ທີ່ພິທີຮັບເອົາເງິນ - ວັດຖຸສິ່ງຂອງ (ພາບ: TTXVN)

ຕອນບ່າຍວັນທີ 19 ກັນຍາ, ທີ່ນະຄອນຫລວງ ວຽງຈັນ, ກະຊວງແຮງງານ ແລະ ສະຫວັດດີສັງຄົມ ລາວ ຈັດຕັ້ງພິທີຮັບເອົາເງິນ - ວັດຖຸສິ່ງຂອງໂດຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ບໍລິຈາກແນໃສ່ໜູນຊ່ວຍປະຊາຊົນບັນດາແຂວງພາກໃຕ້ ແລະ ພາກກາງລາວ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພນ້ຳຖ້ວມທີ່ເກີດຂຶ້ນໃນຕົ້ນເດືອນ ກັນຍາ ນີ້, ດ້ວຍຈຳນວນເງິນກ່ວາ 25 ພັນ USD ແລະ ວັດຖຸສິ່ງຂອງ.

        ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີສັງຄົມລາວ ໃຫ້ຄຳໝັ້ນສັນຍາວ່າ ຈະສົ່ງຈຳນວນເງິນ ແລະ ວັດຖຸສິ່ງຂອງທັງໝົດທີ່ໄດ້ຮັບເອົາໃນມື້ນີ້ໃຫ້ປະຊາຊົນຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ລາວ ແນໃສ່ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພນ້ຳຖ້ວມເພື່ອກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ.

ຕອບກັບ