ປະ​ຊາ​ກອນ​ໂລກ​ບັນ​ລຸ 8 ຕື້​ຄົນ, ໃນ​ນັ້ນ ຫວຽດ​ນາມ ​ບັນ​ລຸເກືອບ 100 ລ້ານ​ຄົນ

Chia sẻ
(VOVWORLD) - ວັນທີ 15 ພະຈິກ, ຢູ່ສຳນັກງານ ສປຊ ປະຈຳ ຮ່າໂນ້ຍ, ກອງທຶນປະຊາກອນ ສປຊ (UNFPA) ໄດ້ຈັດພິທີສະເຫຼີມສະຫຼອງຂີດໝາຍຈຸດເວລາປະຊາກອນໂລກບັນລຸ 8 ຕື້ຄົນ. 
 ປະ​ຊາ​ກອນ​ໂລກ​ບັນ​ລຸ 8 ຕື້​ຄົນ, ໃນ​ນັ້ນ ຫວຽດ​ນາມ ​ບັນ​ລຸເກືອບ 100 ລ້ານ​ຄົນ - ảnh 1ທ່ານນາງ Naomi Kitahara, ຫົວໜ້າອົງການຕາງໜ້າ UNFPA ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ພິທີ

ຕາມບົດລາຍງານແງ່ຫວັງຂອງປະຊາກອນໂລກປີ 2022 ໂດຍ ກົມເສດຖະກິດ ແລະ ສັງຄົມ, ສປຊ, ປະກາດໃນວັນທີ 15 ພະຈິກ ແລ້ວ, ປະຊາກອນໂລກບັນລຸ 8 ຕື້ຄົນ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ Naomi Kitahara, ຫົວໜ້າອົງການຕາງໜ້າ UNFPA ປະຈຳ ຫວຽດນາມ, ເນັ້ນໜັກວ່າ:

        “ເຖິງວ່າຍັງມີສິ່ງທ້າທາຍຫຼາຍຢ່າງໃນຕໍ່ໜ້າກໍ່ຕາມ ແຕ່ບັນຫາພາຍຫຼັງຕົວເລກ 8 ຕື້ຄົນນີ້ ແລະ ເລື່ອງທີ່ປະຊາກອນໂລກບັນລຸຕົວເລກສຳຄັນນີ້ ແມ່ນຜົນສຳເລັດອັນໜຶ່ງ. ພວກເຮົາໄດ້ຫຼຸດຜ່ອນອັດຕາຄວາມທຸກຍາກ ແລະ ບັນລຸໄດ້ຄວາມກ້າວໜ້າຢ່າງກະໂດດຂັ້ນໃນບັນດາບັນຫາສັງຄົມ.”

        ທ່ານ ຟ້າມຮວ່າຍນາມ, ຫົວໜ້າກົມສະຖິຕິປະຊາກອນ, ກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ຕາມການຄາດຄະເນ, ຮອດກາງເດືອນພຶດສະພາ ປີ 2023, ປະຊາກອນ ຫວຽດນາມ ຈະບັນລຸຕົວເລກ 100 ລ້ານຄົນ. ຫວຽດນາມ ແມ່ນໜຶ່ງໃນຈຳນວນ 15 ປະເທດ ທີ່ມີຄວາມສາມາດບົ່ມຊ້ອນກ່ຽວກັບກຳລັງແຮງງານ. ນີ້ທັງແມ່ນກາລະໂອກາດ ແລະ ສິ່ງທ້າທາຍສຳລັບ ຫວຽດນາມ.

        ມາຍລຽນ.

ຕອບກັບ