ປະກາດບົດລາຍງານປະຈຳປີເສດຖະກິດ ຫວຽດນາມ 2021

Chia sẻ
(VOVWORLD) -ດ້ວຍແຜນຄາດຄະເນທີ່ສະດວກ, ໂລກລະບາດໄດ້ຮັບການຄວບຄຸມໃນເດືອນ ສິງຫາ ນີ້, ການເຕີບໂຕ GDP ຂອງທັງປີຈະບັນລຸແຕ່ 5,4 - 6,1%.
ປະກາດບົດລາຍງານປະຈຳປີເສດຖະກິດ ຫວຽດນາມ 2021 - ảnh 1ທີິ່ການປະຊຸມປະກາດບົດລາຍງານປະຈຳປີເສດຖະກິດ ຫວຽດນາມ 2021
(ພາບ: BNEWS/TTXVN)

ວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລເສດຖະກິດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ໄດ້ຈັດການປະຊຸມສຳມະນາທາງອອນລາຍ ປະກາດບົດລາຍງານປະຈຳປີເສດຖະກິດ ຫວຽດນາມ 2021 ດ້ວຍຫົວຂໍ້ “ກຳນົດທີ່ຕັ້ງ ຫວຽດນາມ ຄືນໃນໃນສະພາບມີການຜັນແປໃນທົ່ວໂລກ”.

        ບົດລາຍງານໄດ້ຍົກອອກ 2 ແຜນການເຕີບໂຕເສດຖະກິດປີ 2021. ຕາມນັ້ນແລ້ວ, ດ້ວຍແຜນຄາດຄະເນທີ່ສະດວກ, ໂລກລະບາດໄດ້ຮັບການຄວບຄຸມໃນເດືອນ ສິງຫາ ນີ້, ການເຕີບໂຕ GDP ຂອງທັງປີຈະບັນລຸແຕ່ 5,4 - 6,1%. ໃນໃນໄລຍະທີ່ໂລກລະບາດແຜ່ລາມອອກຮ້າຍແຮງທີ່ສຸດ, ການເຕີບໂຕ GDP ບັນລຸພຽງ 3,5-4%. ກຳລັງໜູນຕົ້ນຕໍໃຫ້ແກ່ການເຕີບໂຕຍັງຈະແມ່ນການສົ່ງອອກ ແລະ ລົງທຶນພາກລັດ.

        ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 29 ກໍລະກົດ, ກົມໃຫຍ່ສະຖິຕິໄດ້ປະກາດວ່າ, ຄາດວ່າ ວົງເງິນການສົ່ງອອກສິນຄ້າຂອງທົ່ວປະເທດໃນໄລຍະ 7 ເດືອນຂອງປີ 2021 ບັນລຸກວ່າ 185 ຕື້ USD, ເພີ່ມຂຶ້ນ 25,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ ດ້ວຍຍອດວົງເງິນການຄ້າບັນລຸ 53,6 ຕື້ USD, ເພີ່ມຂຶ້ນ 37,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຖັດຈາກນັ້ນແມ່ນ ຈີນ ແລະ ຕະຫຼາດ ອີຢູ.

        ກ່ຽວກັບການນຳເຂົ້າສິນຄ້າ, ຈີນ ແມ່ນຕະຫຼາດນຳເຂົ້າໃຫຍ່ກວ່າໝູ່ຂອງຫວຽດນາມ, ຖັດຈາກນັ້ນແມ່ນ ສ.ເກົາຫຼີ, ຕະຫຼາດ ອາຊຽນ, ຍີ່ປຸ່ນ…

ຕອບກັບ