ປະ​ກາດ ອາ​ຊີບ ​ຫັດ​ຖະ​ກຳ ສາ​ນກະ​​ພາ ແລະ ຕ່ຳຫູກ​ພື້ນ​ເມືອງ ຂອງ ຊາວ​ເຜົ່າ ສະ​ຕຽງ ແມ່ນ ມໍ​ລະ​ດົກ​ວັດ​ທະ​ນະ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ

Chia sẻ
(VOVWORLD) - ບິ່ງເຟືອກມີຫຼາຍຊົນເຜົ່າດຳລົງຊີວິດຮ່ວມກັນ, ໃນນັ້ນ ມີຊາວເຜົ່າ ສະຕຽງ ເຊິ່ງແມ່ນຊາວເຜົ່າທີ່ມີປະຊາກອນຫຼາຍອັນດັບທີ 2 ໃນປັດຈຸບັນຂອງແຂວງ, ດ້ວຍປະຊາກອນເກືອບ 97.000 ຄົນ, ດຳລົງຊີວິດຢູ່ 11 ເມືອງ, ເທດສະບານ, ນະຄອນຂອງ ແຂວງ. 
ປະ​ກາດ ອາ​ຊີບ ​ຫັດ​ຖະ​ກຳ ສາ​ນກະ​​ພາ ແລະ ຕ່ຳຫູກ​ພື້ນ​ເມືອງ ຂອງ ຊາວ​ເຜົ່າ ສະ​ຕຽງ ແມ່ນ ມໍ​ລະ​ດົກ​ວັດ​ທະ​ນະ​ບໍ່​ເປັນ​ວັດ​ຖຸ​ລະ​ດັບ​ຊາດ - ảnh 1ແຂກມາຢ້ຽມຊົມຮ້ານວາງສະແດງບັນດາຜະລິດຕະພັນຫັດຖະກຳ ຂອງຊາວເຜົ່າ ສະຕຽງ (ພາບ: TTXVN)

ວັນທີ 15 ພຶດສະພາ, ຢູ່ປ່າສະຫງວນແຫ່ງຊາດ ບູຢາເມິບ, ພະແນກ, ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງ ບິ່ງເຟືອກ ໄດ້ຈັດພິທີປະກາດບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸ ລະດັບຊາດ ສຳລັບອາຊີບຫັດກະກຳ ສານກະພາ ແລະ ຕ່ຳຫູກພື້ນເມືອງ  ຂອງຊາວເຜົ່າ ສະຕຽງ ຢູ່ແຂວງ ບິງເຟືອກ.

ບິ່ງເຟືອກມີຫຼາຍຊົນເຜົ່າດຳລົງຊີວິດຮ່ວມກັນ, ໃນນັ້ນ ມີຊາວເຜົ່າ ສະຕຽງ ເຊິ່ງແມ່ນຊາວເຜົ່າທີ່ມີປະຊາກອນຫຼາຍອັນດັບທີ 2 ໃນປັດຈຸບັນຂອງແຂວງ, ດ້ວຍປະຊາກອນເກືອບ 97.000 ຄົນ, ດຳລົງຊີວິດຢູ່ 11 ເມືອງ, ເທດສະບານ, ນະຄອນຂອງ ແຂວງ. ດ້ວຍຂອບຂະໜາດປະຊາກອນດັ່ງກ່າວ ແລະ ປະຫວັດສາດທີ່ດຳລົງຊີວິດຢູ່ທີ່ນີ້ມາແຕ່ດົນນານ, ປະຊາຄົມຊາວເຜົ່າສະຕຽງ ໄດ້ສ້າງສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນ, ໃນນັ້ນ ມີອາຊີບຫັດຖະກຳສານກະພາ ແລະ ຕ່ຳຫູກພື້ນເມືອງ. ອາຊີບ ສານກະພາ ແລະ ຕ່ຳຫູກພື້ນເມືອງ ໄດ້ນຳເຂົ້າບັນຊີລາຍຊື່ ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ເພື່ອແນໃສ່ເຊີດຊູ, ຢັ້ງຢືນບັນດາຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ, ວິທະຍາສາດ ຂອງອາຊີບທີ່ເປັນມູນເຊື້ອ, ຢັ້ງຢືນຄວາມສຸດຈິດສຸດໃຈຂອງບັນດານາຍຊ່າງ  ແລະ ປະຊາຄົມ ຊາວ ສະຕຽງ ໃນການຮັກສາ, ອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າຕໍ່ອາຊີບ ຫັດຖະກຳສານກະພາ ແລະ ຕ່ຳຫູກພື້ນເມືອງ.

ຕອບກັບ