ປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ກ່ຽວກັບແມ່ຍິງ, ຄອບຄົວ, ເດັກນ້ອຍ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ

Chia sẻ
(VOVWORLD) -ກອງປະຊຸມໄດ້ສຸມໃສ່ຢືນຢັນວ່າ, ແຮງງານຍິງ ໄດ້ກວມເອົາກວ່າ 71% ຈຳນວນແຮງງານທົ່ວປະເທດ, ໄດ້ ແລະ ພວມປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາຂອງພື້ນຖານເສດຖະກິດຫວຽດນາມ.

ປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ກ່ຽວກັບແມ່ຍິງ, ຄອບຄົວ, ເດັກນ້ອຍ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1 ກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ

(ພາບ: phunuvietnam.vn)

ຕອນເຊົ້າວັນທີ 23 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງຫວຽດນາມ ໄດ້ຈັດກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ດ້ວຍຫົວຂໍ້ “ບັນດາບັນຫາກ່ຽວກັບແມ່ຍິງ, ຄອບຄົວ, ເດັກນ້ອຍ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ”.

        ກອງປະຊຸມໄດ້ສຸມໃສ່ຢືນຢັນວ່າ, ແຮງງານຍິງ ໄດ້ກວມເອົາກວ່າ 71% ຈຳນວນແຮງງານທົ່ວປະເທດ, ໄດ້ ແລະ ພວມປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາຂອງພື້ນຖານເສດຖະກິດຫວຽດນາມ. ສະນັ້ນ, ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຕ້ອງເຮັດແຈ້ງບັນດາເນື້ອໃນກ່ຽວກັບການສ້າງແມ່ຍິງຫວຽດນາມ ໃຫ້ມີການພັດທະນາຢ່າງຮອບດ້ານ.

        ມີຜູ້ແທນຫຼາຍທ່ານໄດ້ຖືວ່າ, ຄວນຍົກສູງບົດບາດຂອງຄອບຄົວໃນວຽກງານປົກປ້ອງເດັກ. ທ່ານນາງ ຫງວຽນທິແທັງຮ່ວາ, ປະທານສະຫະພັນແມ່ຍິງຫວຽດນາມ, ຖືວ່າ.

        “ພວກຂ້າພະເຈົ້າກໍ່ຢາກເວົ້າເຖິງເດັກນ້ອຍ ແລະ ແມ່ຍິງຫຼາຍທີ່ສຸດນັ້ນແມ່ນພວກເຮົາເວົ້າເຖິງຄອບຄົວ. ສະນັ້ນ, ໃນຮ່າງເອກະສານ, ພວກຂ້າພະເຈົ້າຢາກຍົກສູງບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຄອບຄົວໃນການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ກໍ່ສ້າງຊາວຫວຽດນາມ. ນີ້ແມ່ນແຜນນະໂຍບາຍໃຫຍ່, ຕ້ອງເຮັດແນວໃດເພື່ອໃຫ້ພວກເຮົາເຫັນໄດ້ວ່າ ຄອບຄົວຕ້ອງສວມບົດບາດໃຫຍ່ຫຼວງໃນບັນຫານີ້”.

ຕອບກັບ