ປັບ​ໄໝ​ມ​ລົງ​ໂທດ​ບັນ​ດາ​ການ​ການ​ການກະທຳ​ຂຸດ​ຄົ້ນ IUU ຢ່າງ​ເດັດ​ຂາດ

Chia sẻ
(VOVWORLD) -  ບັນດາກະຊວງຄື: ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະ ບັນດາທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບ “ແຜນການເຄື່ອນໄຫວຕ້ານການຂຸດຄົ້ນສິນໃນນ້ຳຜິດກົດໝາຍ, ບໍ່ລາຍງານ, ບໍ່ຖືກຕ້ອງຕາມຂໍ້ກຳນົດ” ຢ່າງເດັດຂາດ.
ປັບ​ໄໝ​ມ​ລົງ​ໂທດ​ບັນ​ດາ​ການ​ການ​ການກະທຳ​ຂຸດ​ຄົ້ນ IUU ຢ່າງ​ເດັດ​ຂາດ - ảnh 1ບັນດາແຂວງແຄມທະເລເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕັ້ງໜ້າປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU (ພາບ: baochinhphu.vn)

ຫ້ອງວ່າການລັດຖະບານ ຫວຽດນາມ ຫາກໍ່ປະກາດໃຊ້ເອກະສານແຈ້ງການສະຫຼຸບຂອງ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໂດຍໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງສຸມໃສ່ຊີ້ນຳນຳພາ, ມີການກະທຳຢ່າງເດັດຂາດໃນການປະຕິບັດບັນດາໜ້າທີ່ຕໍ່ໜ້າ, ບັນດາມາດຕະການຈຸດສຸມຕ່າງໆ ເພື່ອຕ້ານການຂຸດຄົ້ນສິນໃນນ້ຳໂດຍຜິດກົດໝາຍ, ບໍ່ຖືກຕ້ອງຕາມຂໍ້ກຳນົດ ແລະ ບໍ່ລາຍງານ (IUU).

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຮຽກຮ້ອງຕ້ອງກະກຽມແຜນການ, ເນື້ອໃນເຮັດວຽກກັບຄະນະກວດກາຂອງຄະນະກຳມະການເອີຣົບ ຄັ້ງທີ 4 ໃຫ້ລະອຽດ, ສູ້ຊົນບັນລຸເປົ້າໝາຍຮອດເດືອນ ຕຸລາ 2023 ສາມາດໄດ້ຍົກເລີກ “ບັດເຫຼືອງ”.  ບັນດາກະຊວງຄື: ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະ ບັນດາທ້ອງຖິ່ນທີ່ກ່ຽວຂ້ອງ ຕ້ອງປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບ “ແຜນການເຄື່ອນໄຫວຕ້ານການຂຸດຄົ້ນສິນໃນນ້ຳຜິດກົດໝາຍ, ບໍ່ລາຍງານ, ບໍ່ຖືກຕ້ອງຕາມຂໍ້ກຳນົດ” ຢ່າງເດັດຂາດ.

ຕອບກັບ